ຍົກລະດັບຄວາມຮູ້ໃຫ້ ສື່ສານມວນຊົນ ທົ່ວປະເທດ ສົ່ງເສີມສິດທິເດັກ, ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດ ໂຄວິດ-19

ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ ແລະ ປ້ອງກັນພະຍາດ ໂຄວິດ-19 ພ້ອມທັງລາຍງານຫຍໍ້ຜົນການສໍາຫຼວດກ່ຽວກັບອັດຕາການສັກວັກຊິນ ພື້ນທີ່ສີຂຽວຢູ່ ແຂວງ ຫຼວງພະບາງ ລວມທັງນະຄອນຫຼວງ ວຽງຈັນ ແລະ ແຂວງ ວຽງຈັນ ແລະ ການສື່ສານ ການທົບທວນຄືນສິ່ງທ້າທາຍ ສິ່ງກີດຂວາງຕໍ່ການປ່ຽນແປງພຶດຕິກໍາທາງສັງຄົມ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບ ກະຊວງສາທາລະນະສຸກ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສື່ສານມວນຊົນທົ່ວປະເທດ ກ່ຽວກັບການທົບທວນຄືນວຽກງານສົ່ງເສີມສິດທິເດັກ ( ການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ ແລະ ປ້ອງກັນພະຍາດ ໂຄວິດ-19 ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ໂດຍໄດ້ຮັບການສະໜັບສະໜູນຈາກອົງການຢູນີເຊັບ ເພື່ອລາຍງານຫຍໍ້ຜົນການສໍາຫຼວດກ່ຽວກັບອັດຕາການສັກວັກຊິນພື້ນທີ່ສີຂຽວຢູ່ແຂວງ ຫຼວງພະບາງ ລວມທັງນະຄອນຫຼວງ ວຽງຈັນ ແລະ ແຂວງ ວຽງຈັນ ແລະ ການສື່ສານ ການທົບທວນຄືນສິ່ງທ້າທາຍ ສິ່ງກີດຂວາງຕໍ່ການປ່ຽນແປງພຶດຕິກໍາທາງສັງຄົມ ຂຶ້ນວັນທີ 21-26 ສິງຫາ 2022 ທີ່ນະຄອນ ແລະ ແຂວງ ຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມສົ່ງເສີມອະນາໄມ ແລະ ສຸຂະພາບ ກະຊວງສາທາລະນະສຸກ ທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ແລະ ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານດ້ານໂຄສະນາ ແລະ ສື່ສານມວນຊົນອົງການຢູນີເຊັບ ປະຈໍາລາວ ມີສື່ມວນຊົນອອ້ມຂ້າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຂະແໜງການຕ່າງໆຈາກສູນກາງ ແລະ ສື່ມວນຊົນຈາກ 17 ແຂວງທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ທ່ານ ສີສະຫວາດ ພົງສາ ກ່າວວ່າ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບອັນຮ້າຍແຮງໃນທົ່ວໂລກ ມັນຍັງເຮັດໃຫ້ຂະແໜງການທ່ອງທ່ຽວ ແລະ ອຸດສາຫະກໍາ ການບໍລິການໄດ້ຮັບຜົນກະທົບເນື່ອງຈາກນັກທ່ອງທ່ຽວຕັດສິນໃຈຍົກເລີກ ຫຼື ເລື່ອນການເດີນທາງຂອງພວກເຂົາເຂົ້າມາ ສປປ ລາວ ການຟື້ນຕົວທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນຂຶ້ນກັບນະໂຍບາຍທີ່ສະໜັບສະໜູນພາກທຸລະກິດ ແລະ ຄົວເຮືອນ ເພື່ອປັບຕົວເຂົ້າກັບສະພາບ New normal ພ້ອມລັດຖະບານຂອງ ສປປ ລາວ ໃຫ້ຄໍາແນະນໍາວ່າການເປີດປະເທດຈະຊ່ວຍໃຫ້ຂະແໜງການທ່ອງທ່ຽວ ແລະ ອຸດສາຫະກຳການບໍລິການກັບຄືນມາເປັນແຫຼ່ງລາຍຮັບຂອງ ສປປ ລາວ ດັ່ງນັ້ນຈຶ່ງເກີດໂຄງການການສຳຫຼວດພື້ນທີ່ທ່ອງທ່ຽວສີຂຽວ ການສຳຫຼວດໄດ້ກຳນົດເອົາໃນນະຄອນຫຼວງ ວຽງຈັນ, ແຂວງ ວຽງຈັນ ແລະ ແຂວງ ຫຼວງພະບາງ ເລີ່ມແຕ່ເດືອນ ກຸມພາ ເຖິງ ເມສາ 2022 ທີມງານເຮັດການສຳຫຼວດດັ່ງກ່າວແມ່ນພາຍໄຕ້ການ ຊີ້ນໍາ-ນໍາພາຈາກຄະນະນໍາຂອງກະຊວງສາທາລະນະສຸກ ແລະ ການນໍາຂອງກະຊວງຖະແຫຼ່ງຂ່າວ ວັດຖະນະທຳ ແລະ ທ່ອງທ່ຽວ ພາຍໃຕ້ການສະໜັບສະໜູນຂອງຄູ່ຮ່ວມພັດທະນາ ຢູນີເຊັບ ເຊິ່ງຄວາມສຳຄັນຂອງການສຳຫຼວດເພື່ອການຄຸ້ມຄອງການໃຫ້ບໍລິການວັກຊີນ ແລະ ອັດຕາປົກຄຸມການສັກວັກຊີນເພື່ອປ້ອງກັນ ໂຄວິດ-19 ຕ້ອງໃຫ້ຮັບປະກັນໄດ້ 100% ແລະ ຕ້ອງມີມາດຕະການປ້ອງກັນໃນລະດັບສູງສຸດ ໂດຍສະເພາະແມ່ນເຂດທ່ອງທ່ຽວສີຂຽວ ນອກຈາກເຂດທ່ອງທ່ຽວສີຂຽວແລ້ວ ຕ້ອງໄດ້ເພີ່ມທະວີອັດຕາການປົກຄຸມການສັກວັກຊີນຂອງປະເທດໃຫ້ບັນລຸເປົ້າໝາຍທີ່ລັດຖະບານວາງໄວ້ 80% ໃນທ້າຍປີ 2022.

error: Content is protected !!