
ຕາມຂ່າວຈາກ cri, ການນຳໃຊ້ ຫຸ່ນຍົນຂອງຈີນ ໄດ້ຂະຫຍາຍຕົວຂຶ້ນ ຢ່າງວ່ອງໄວ ກາຍເປັນ ຕະຫລາດ ຫຸ່ນຍົນ ແຫ່ງໃຫຍ່ທີ່ ສຸດໃນໂລກ ແລະ ຄາດວ່າ ຈະ ບັນລຸ ມູນຄ່າ ເຖິງ 17,4 ຕື້ໂດລາ ເພີ່ມຂຶ້ນ ສະເລ່ຍ ໃນ5ປີຜ່ານມາ ບັນລຸເຖິງ 22% ຕໍ່ປີ ພາຍຫລັງ ກອງປະຊຸມ ຫຸ່ນຍົນໂລກ 2022 ທີ່ຫາກໍ່ ອັດລົງ ເມື່ອບໍ່ດົນມານີ້ ມີວິສາຫະ ກິດ130 ກວ່າແຫ່ງໄດ້ນຳເອົາ ຜະລິດຕະພັນ 500 ກວ່າລາຍການ ເຂົ້າຮ່ວມ ວາງສະແດງ,ເຕັກນິກ ຫຸ່ນຍົນ ພວມເລັ່ງລັດ ເຊື່ອມໂຍງ ເຂົ້າກັບຂະແໜງ ການຕ່າງໆ. ໃນຫລາຍ ປີ ຜ່ານມາ, ຈີນ ໄດ້ໃຊ້ ມາດຕະການຕ່າງໆ ເຊັ່ນ: ວາງແຜນການ ອຸດສາຫະກຳ, ຊຸກຍູ້ ໃຫ້ປະດິດສ້າງໃໝ່ ດ້ານເຕັກນິກ, ສ້າງສະຖານທີ່ ນຳໃຊ້, ບູລະນະ ສິ່ງແວດ ລ້ອມ ການຕະຫລາດ ໃຫ້ດີຂຶ້ນອື່ນໆ ເພື່ອຊຸກຍູ້ ອຸດສາຫະກຳ ຫຸ່ນຍົນ ໃຫ້ພັດທະນາ ຂຶ້ນສູ່ ລະດັບໃໝ່.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ


