
ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງເງິນ ຈັດກອງປະຊຸມ ຄົ້ນຄວ້າ ປຶກສາຫາລືກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນ ແຕ່ນີ້ຮອດປີ 2024 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທະວິສັກ ໄຊຍະວົງ ວ່າການເຈົ້າເມືອງໆເງິນ ແລະ ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອຳນວຍການຝ່າຍ ສື່ສານອົງກອນ ບໍລິສັດໄຟຟ້າຫົງສາ ຈຳກັດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ ຫົວໜ້າຫ້ອງການ, ກົມກອງ ແລະ ທີມງານບໍລິສັດໄຟຟ້າຫົງສາ ເຂົ້າຮ່ວມ.

ການຈັດກອງປະຊຸມຮ່ວມກັນ ລະຫວ່າງ ອົງການປົກຄອງເມືອງເງິນ ກັບບໍລິສັດໄຟຟ້າຫົງສາ ຈຳກັດ ຄັ້ງນີ້, ກໍເພື່ອຮ່ວມກັນຄົ້ນຄວ້າ ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນ ແຕ່ນີ້ຮອດປີ 2024 ໂດຍການມີສ່ວນຮ່ວມສະໜັບສະໜູນທຶນພັດທະນາ ຈາກບໍລິສັດໄຟຟ້າຫົງສາ ຈຳກັດ ຈຳນວນໜຶ່ງ ທີ່ຈະມອບໃຫ້.
ທ່ານ ຊູລິສິດ ຄຳພູວົງ ຫົວໜ້າຫ້ອງວ່າການເມືອງ, ກໍໄດ້ລາຍງານແຜນພັດທະນາເສດຖະກິດ ຂອງເມືອງໄລຍະ 2 ປີເຄິ່ງ ເປັນຕົ້ນ ບັນດາໂຄງການ, ກິດຈະກຳຕ່າງໆ ທີ່ບັນດາຂະແໜງການຂອງເມືອງໄດ້ຂຶ້ນແຜນໄວ້ ກໍຄືບັນດາໂຄງການ, ກິດຈະກຳ ທີ່ເປັນບູລິມະສິດ ແລະ ຈຳເປັນອັນຮີບດ່ວນ ແມ່ນຈະໄດ້ຮັບທຶນສະໜັບສະໜູນ ຈຳນວນໜຶ່ງ ຈາກ ບໍລິສັດ ໄຟຟ້າຫົງສາ ຈຳກັດ ເພື່ອເປັນການຍູ້ແຮງຊ່ວຍພັດທະນາ ເມືອງເງິນ ໃຫ້ມີຄວາມເຂັ້ມແຂງ ແລະ ສີວິໄລ.
ຂ່າວ: ອິນແປງ ແຫວນຄຳ
