ຫຼວງພະບາງ ເປີດຂະບວນການຕ້ານການລະບາດ ຂອງພະຍາດໄຂ້ຍຸງລາຍ

ພິທີເປີດຂະບວນການຕ້ານການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວ ແຂວງ ຫຼວງພະບາງ ໄດ້ຈັດຂຶ້ນໃນ ວັນທີ 20 ສິງຫາ ຜ່ານມາ ທີ່ເດີ່ນຕະຫຼາດຊົນເຜົ່າ ບ້ານປ່າຂາມ ນະຄອນ-ຫຼວງພະບາງ, ມີທ່ານ ນາງ ຄໍາພູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຜູ້ຕາງໜ້າພະແນກການ-ກົມກອງ, ສະຖາບັນການສຶກສາ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ພິທີ ທ່ານ ນາງ ຄຳພູ ຈັນທະວົງ ໄດ້ມີຄຳເຫັນວ່າ: ໄຂ້ຍຸງລາຍເປັນພະຍາດໜຶ່ງ ທີ່ມີຈຳນວນຄົນເຈັບ ແລະ ເສຍຊີວິດ ເປັນຈໍານວນຫຼວງຫຼາຍ ໃນແຕ່ລະປີ ຊຶ່ງເປັນພາລະແບກຫາບ ຂອງລັດຖະບານກໍຄືຂອງ ປະຊາຊົນທຸກຊັ້ນຄົນໃນສັງຄົມ, ຖ້າມີການລະບາດເກີດຂຶ້ນ ຫາກບໍ່ມີວິທີການສະກັດກັ້ນ ແລະ ຕອບໂຕ້ທັນເວລາ ຈະພາໃຫ້ເກີດການແຜ່ລາມໄປເປັນວົງກວ້າງ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ, ເພື່ອເປັນການສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ສືບຕໍ່ຈັດຕັ້ງປະຕິບັດການປ້ອງກັນພະຍາດໄຂ້ຍຸງລາຍ ຈຶ່ງຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ສຸມໃສ່ການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ໂດຍການມີສ່ວນຮ່ວມເປັນເຈົ້າການ ຂອງຊຸມຊົນ, ພະແນກການ ຕະຫຼອດຮອດຜູ້ປະກອບການທຸລະກິດຕ່າງໆ ແລະ ພາກສ່ວນອື່ນໆໃນສັງຄົມ ໂດຍການປະຕິບັດວຽກງານ 5ປ ໃຫ້ເປັນປົກກະຕິ ຄື: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ, ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າ ທີ່ມີນ້ຳຂັງ ແລະ ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ.

ໂອກາດນີ້, ກໍໄດ້ຈັດຂະບວນຍ່າງ ເພື່ອປຸກລະດົມໃຫ້ທົ່ວສັງຄົມໄດ້ມີສ່ວນຮ່ວມ ໂດຍເລີ່ມຂະບວນຈາກເດີ່ນຕະຫຼາດຊົນເຜົ່າ ໄປຕາມເສັ້ນທາງສີສະຫວ່າງວົງ ຫາ ໜ້າຫ້ອງວ່າການແຂວງຫຼວງພະບາງ ແລ້ວຍ່າງກັບຄືນເດີ່ນຕະຫຼາດຊົນເຜົ່າ.

(ຂ່າວ-ພາບ: ຫຼວງພະບາງ)

error: Content is protected !!