ຍົກສູງກົນໄກ ຈັດສັນງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ

ກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຈັດສໍາມະນາການຍົກສູງກົນໄກຈັດສັນງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການຄົ້ນຄ້ວາ ແລະ ສ້າງປື້ມຄູ່ມືໃນຂົງເຂດກຳມາທິການແຜນການ, ການເງິນ ແລະ ການກວດສອບ ໃນ ວັນທີ 19-20 ສິງຫາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານໃນຂົງເຂດດັ່ງ ກ່າວ ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງານການມີສ່ວນຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຫລື ແຜນງານເຊກາ.

ພ້ອມກັນນີ້, ຍັງເປັນການປຶກສາຫາລືແຜນການຄົ້ນຄວ້າ ແລະ ສືບຕໍ່ສ້າງປື້ມຄູ່ມືໃນຂົງເຂດແຜນການ, ການເງິນ ແລະ ການກວດສອບ ເພື່ອຮັບປະກັນເນື້ອໃນຂອງຜົນການຄົ້ນຄວ້າ ແລະ ຄຸນນະພາບຂອງປື້ມຄູ່ມື ແລະ ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການຈາກພາຍໃນ ແລະ ຕ່າງປະເທດ ກ່ຽວກັບກົນໄກຈັດສັນງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການຄົ້ນຄ້ວາ ແລະ ສ້າງປື້ມຄູ່ມືໃນຂົງເຂດກຳມາທິການແຜນການ, ການເງິນ ແລະ ການກວດສອບ.

ໂອກາດນີ້, ຜູ້ເຂົ້ຮ່ວມ ກໍໄດ້ຮັບຟັງການນໍາສະເໜີ 9 ຫົວຂໍ້ສໍາຄັນ ຄື: ລາຍງານແຜນການຄົ້ນຄວ້າ ແລະ ສ້າງປືຶ້ມຄູ່ມືໃນຂົງເຂດແຜນການ, ການເງິນ ແລະ ການກວດສອບ; ລາຍງານຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບ ປະເມີນຜົນການປະຕິບັດນະໂຍບາຍການເງິນ-ງົບປະມານ; ການປະເມີນຜົນນະໂຍບາຍເງິນຕາ, ທະນາຄານ ແລະ ສະຖາບັນການເງິນ; ການປະເມີນປະສິດທິພາບ ແລະ ປະສິດທິຜົນ 4 ແຫລ່ງທຶນຂອງການພັດທະນາ; ລາຍງານໂຄງຮ່າງການຂຽນປຶ້ມຄູ່ມື ກ່ຽວກັບ ການພິຈາລະນາ ແລະ ການຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງການລົງທຶນຂອງລັດ ແລະ ການລົງທຶນເອກະຊົນ; ຫລັກການພຶ້ນຖານສະຖິຕິ ແລະ ວິທະຍາການວິໄຈສຳລັບແຜນ ການ, ການລົງທຶນ, ການເງິນ, ເງິນຕາ, ກວດສອບ ແລະ ກວດກາ; ລາຍງານໂຄງຮ່າງການຂຽນປຶ້ມຄູ່ມື ກ່ຽວກັບ ການພິຈາລະນາແລະ ການຮັບຮອງແຜນງົບປະມານແຫ່ງລັດ, ການດູນດ່ຽງ ແລະ ແຜນການຊຳລະໜີ້ສິນ; ການພິຈາລະນາ ແລະ ການຮັບຮອງ ແຜນເງິນຕາ, ທະນາຄານແລະ ສະຖາບັນການເງິນ; ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດ, ການຮ່າງບົດປະກອບຄຳເຫັນ, ການສ້າງຮ່າງມະຕິ, ຄຳຖາມເຈາະຈີ້ມ, ຄຳຊັກຖາມ ແລະ ບົດແນະນໍາ ໃນຂົງເຂດແຜນການ, ງົບປະມານ, ການເງິນ, ການກວດສອບ ແລະ ກວດກາລັດ.

ທ່ານ ລີເບີ ລີບົວປ່າວ ໄດ້ໃຫ້ຮູ້ວ່າ: ການຈັດສຳມະນາຄັ້ງນີ້, ແມ່ນສືບຕໍ່ຈາກອງ ຄັ້ງກ່ອນ ເພື່ອສະເໜີບົດຄົ້ນຄວ້າກ່ຽວກັບ ການປະເມີນແຜນການປະຕິບັດແຜນງານເສດຖະກິດສັງຄົມ ແລະ ງົບປະມານ ແລະ ເພື່ອສ້າງປຶ້ມຄູ່ມືຮັບໃຊ້ວຽກງານຂອງສະພາແຫ່ງຊາດໂດຍສະເພາະໃນຂົງເຂດແຜນການ, ການເງິນ ແລະ ການກວດສອບ. ພ້ອມທັງໄດ້ເນັ້ນໃຫ້ສໍາມະນາກອນ ໃຫ້ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາຄິດຄໍາເຫັນທີ່ບັນດານັກຄົ້ນຄວ້າ ຫລື ບັນດາອາຈານສະເໜີຫົວຂໍ້ແຕ່ລະຫົວຂໍ້ ຢ່າງກົງໄປກົງມາ ເພື່ອໃຫ້ໄດ້ເນື້ອໃນທີ່ສົມບູນທີ່ສຸດ.

ຂໍ້ມູນຂ່າວ-ພາບ: ອານິຕາ ມ່ວນສະຫວັດ

error: Content is protected !!