ປະຊາຊົນເມືອງ​ ໂພນໄຊ ແລະ ຊຽງເງິນ ທີ່ໄດ້ຮັບ
ຜົນກະທົບຈາກໄພພິບັດ ໄດ້ຮັບເຄື່ອງບັນເທົາທຸກ

ແຫລ່ງຂ່າວຈາກ ແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດຂັ້ນແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນ ເມືອງໂພນໄຊ ແລະ ເມືອງຊຽງເງິນ ທີ່ຖືກຜົນກະທົບຈາກໄພພິບັດໄຟໄໝ້ ແລະ ນໍ້າປ່າໄຫຼຊຸເຮືອນປະຊາຊົນ

ເຄື່ອງທີ່ນໍາມາມອບຄັ້ງນີ້, ເປັນການບັນເທົ່າທຸກເບື້ອງຕົ້ນ ໃນນັ້ນໄດ້ມອບໃຫ້ປະຊາ ຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງໂພນໄຊ 84 ຄອບຄົວ ປະກອບມີ: ເຂົ້າສານໜຽວ ຈຳນວນ 2,500 ກິໂລ, ໝີ່ 40 ແກັດ, ປ່ອງປາ 60 ແພັກ, ລວມມູນຄ່າ 28 ລ້ານກວ່າກີບ. ສ່ວນຢູ່ເມືອງຊຽງເງິນ ໄດ້ມອບເຂົ້າສານໜຽວ 1,500 ກິໂລ, ໝີ່ 20 ແກັດນ້ອຍ, ປ່ອງປາ 40 ແພັກ, ຜ້າຫົ່ມຜືນໃຫຍ່ 20 ຜືນ, ສັງກະສີ 80 ແຜ່ນ, ລວມມູນຄ່າ 27 ລ້ານກວ່າກີບ 2 ຄອບຄົວ ແລະ ປະຊາຊົນໄດ້ຮັບຜົນກະທົບຈາກນ້ຳຖ້ວມຊຸ ຢູ່ບ້ານປາກແຟນ 27 ຄອບຄົວ.
ໂອກາດນີ້, ທ່ານຮອງເຈົ້າ​ ແຂວງ​ ຫລວງພະບາງ ໄດ້ເນັ້ນໃຫ້ຄະນະກໍາມະການຂັ້ນເມືອງ ພ້ອມກັນນຳເອົາເຄື່ອງຊ່ວຍເຫລືອທີ່ໄດ້ຮັບ ໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ, ທັງສືບຕໍ່ເຝົ້າລະວັງສະພາບໄພພິບັດທີ່ອາດຈະເກີດຂຶ້ນ, ທັງວາງແຜນ ການຮັບມື ແລະ ແກ້ໄຂກັບສະພາບການໃຫ້ທັນເວລາ.

error: Content is protected !!