
ສູນຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ ລາຍງານວ່າ: ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ເດືອນກໍລະກົດ 2022 ບັນລຸ 968 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ 427 ລ້ານໂດລາ, ມູນຄ່າການນໍາເຂົ້າ 541 ລ້ານໂດລາ ແລະ ຂາດດຸນການຄ້າ 114 ລ້ານໂດລາ.
5 ປະເທດ ທີ່ ລາວ ນໍາເຂົ້າຫຼັກຄື: ອັນດັບໜຶ່ງ ແມ່ນຣາຊະອາຈັກໄທ ມູນຄ່າປະມານ 264 ລ້ານໂດລາ, ສປ ຈີນ 142 ລ້ານໂດລາ, ສສ ຫວຽດນາມ 34 ລ້ານໂດລາ, ສະຫະລັດອາເມລິກາ 31 ລ້ານໂດລາ ແລະ ຍີ່ປຸ່ນ 13 ລ້ານໂດລາ.
5 ປະເທດ ທີ່ ສປປ ລາວ ສົ່ງອອກຫຼັກຄື: ອັນດັບໜຶ່ງແມ່ນ ສປ ຈີນ ມູນຄ່າປະມານ 162 ລ້ານໂດລາ, ຮອງລົງມາແມ່ນ ສສ ຫວຽດນາມ 105 ລ້ານໂດລາ, ຣາຊະອານາຈັກ ໄທ 47 ລ້ານໂດລາ, ອັອສເຕຣເລຍ 30 ລ້ານໂດລາ, ສິງກະໂປ 13 ລ້ານໂດລາ.
