
ເວລາປະມານ 20:45 ນາທີ ຂອງວັນທີ 21 ສິງຫາ 2022 ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳລົດໃຫຍ່ ຢູ່ສີ່ແຍກໄຟແດງ ຫໍປະຊຸມແຫ່ງຊາດ ຫລັກ6 ເມືອງ ໄຊເສດຖາ, ນະຄອນຫລວງ ວຽງຈັນ. ລົດເກີດອຸບັດຕິເຫດເປັນລົດວີໂກ ແລະ ລົດແລນໂຣເວີ, ລົດວີໂກມຸ່ງໜ້າມາແຕ່ບ້ານພະຂາວ ສ່ວນລົດແລນໂຣນແລ່ນມາແຕ່ບ້ານໂພນພະເນົາລ້ຽວຊາຍຈະຂຶ້ນໄປທາງບ້ານຈອມມະນີ.
ອຸບັດຕິເຫດ ຄັ້ງນີ້ແມ່ນລົດທັງສອງຄັນໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ບໍ່ມີຜູ້ໄດ້ຮັບບາດເຈັບ. ໄຟແດງຈຸດນີ້ແມ່ນຈະມີການປິດລະບົບໄວ ແລະ ເປີດ ລະບົບໄວກວ່າໄຟແດງຈຸດອື່ນ.
ສ່ວນລົດຄັນຈະຜິດ ຫລື ຖືກນັ້ນແມ່ນຍັງຢູ່ໃນຂັ້ນຕອນການກວດສອບຂອງເຈົ້າໜ້າທີ່ ຈະລາຈອນ.
ຂໍ້ມູນຈາກ:ລາວພັດທະນາ
