ອັດຕະປື ຈະສຸມໃສ່ຟື້ນຟູການທ່ອງທ່ຽວ

ໃນວັນທີ 15 ສິງຫາ ຜ່ານມາ, ທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ຕອບຄໍາຊັກຖາມຂອງສະມາຊິກສະພາປະຊາຊົນແຂວງ ໃນໂອກາດຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ພາຍຫຼັງທີ່ລັດຖະບານໄດ້ປະກາດເປີດຕ້ອນຮັບນັກທ່ອງທ່ຽວ ເມື່ອຕົ້ນເດືອນພຶດສະພາປີ 2022 ເປັນຕົ້ນມາ ແຂວງອັດຕະປື ກໍຄືພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກໍໄດ້ມີການສ້າງແຜນເພື່ອຟື້ນຟູການທ່ອງທ່ຽວ ກໍຄືແຜນຮອງຮັບນັກທ່ອງທ່ຽວ ພາຍຫຼັງທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີການຜ່ອນຄາຍລົງ ຊຶ່ງການສ້າງແຜນດັ່ງກ່າວແມ່ນແບ່ງອອກເປັນ 3 ໄລຍະແຕ່ປີ 2022-2025 ຄື: ໄລຍະສັ້ນແຕ່ເດືອນມັງກອນ ຫາ ເດືອນມິຖຸນາ ປີ 2022 ມີ 15 ກິດຈະກໍາ, ໄລຍະກາງແຕ່ເດືອນ ກໍລະກົດ ປີ 2022 ຫາ ເດືອນມິຖຸນາ ປີ 2023 ມີ 22 ກິດຈະກໍາ ແລະ ໄລຍະຍາວແຕ່ເດືອນກໍລະກົດ ປີ 2022 ຫາ ປີ 2025 ມີ 6 ກິດຈະກໍາ, ຄຽງຄູ່ກັນນັ້ນ ກໍໄດ້ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດບໍລິການດ້ານການທ່ອງທ່ຽວພາຍໃນແຂວງ ປະຕິບັດຄາດໝາຍພະນັກງານ ແລະ ເຈົ້າຂອງທຸລະກິດ ໃຫ້ໄດ້ຮັບການສັກວັກຊິນຄົບໂດສ ກວມເອົາ 90%.

ນອກຈາກນັ້ນ, ຍັງໄດ້ລົງຜັນຂະຫຍາຍມາດຕະຖານ ທ່ອງທ່ຽວໃຫ້ມີຄວາມປອດໄພ ຢູ່ບັນດາແຫຼ່ງທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດບໍລິການດ້ານການທ່ອງທ່ຽວ ເຊັ່ນ: ຮ້ານອາຫານ, ຮ້ານກິນດື່ມ, ເຮືອນພັກ, ໂຮງແຮມ ແລະ ສະຖານທີ່ບໍລິການດ້ານການທ່ອງທ່ຽວອື່ນໆ, ຈາກນັ້ນ ກໍໄດ້ປະເມີນບັນດາຫົວໜ່ວຍຕາມມາດຕະຖານດັ່ງກ່າວ ໂດຍມີການສົມທົບກັບພະແນກສາທາລະນະສຸກແຂວງ ອອກໃບຢັ້ງຢືນຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວສະອາດ ແລະ ປອດໄພໄດ້ 7 ຫົວໜ່ວຍ, ໄດ້ມີການປັບປຸງສ້າງສິ່ງອຳນວຍຄວາມສະດວກຢູ່ຕາມສະຖານທີ່ທ່ອງທ່ຽວ ທີ່ສຳຄັນຂອງແຂວງ ແລະ ບັນດາເມືອງ ໂດຍພະແນກ ຖວທ ແຂວງ ໄດ້ສົມທົບກັບພາກທຸລະກິດ ແລະ ສ້າງສິ່ງອໍານວຍຄວາມສະດວກ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍເນັ້ນໃສ່ນະໂຍບາຍການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ເຊັ່ນ: ແຫຼ່ງທ່ອງທ່ຽວຕາດຈໍ, ຕາດແຊ ພະ, ແຊປ້ອງໄລ, ວັດສະແຄະ, ອະນຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ, ວັດທາດພະໄຊ, ວັດຫຼວງ ແລະ ແຫ່ງອື່ນໆ, ໄດ້ຊຸກຍູ້ສະມາຄົມທຸລະກິດທ່ອງທ່ຽວຂອງແຂວງເພື່ອໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດຂອງສະມາຄົມ ໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນພາຍໃນສະມາຊິກ ຫຼື ກຸ່ມຂອງສະມາຄົມໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ, ພ້ອມນັ້ນກໍໃຫ້ມີການຮ່ວມມືກັບສະມາຄົມທຸລະກິດທ່ອງທ່ຽວຂອງແຂວງໃກ້ຄຽງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຈັບຄູ່ຮ່ວມມື ຫຼື ເຈລະຈາທາງທຸລະກິດໃນການແລກປ່ຽນລູກຄ້າ ແລະ ຊື້-ຂາຍລາຍການທ່ອງທ່ຽວຮ່ວມກັນ, ໄດ້ສຳເລັດການຜ່ານແບບ ແລະ ແນວຄວາມຄິດພັດທະນາແຫຼ່ງທ່ອງທ່ຽວ 3 ແຫ່ງຄື: ພູສະພອງ, ຕາດຫົວຄົນ, ຕາດຕາມຫ້ວຍສະໝອງ ຂອງບໍລິສັດ ແມ່ຂອງຄອນກີດ, ໄດ້ຄົ້ນຄວ້າພິຈາລະນາການສະເໜີສຳປະທານແຫຼ່ງທ່ອງທ່ຽວໃໝ່ອີກ 3 ບໍລິສັດຄື: ບໍລິສັດ ສູນທອນການທ່ອງທ່ຽວ ຕາດດາກຂະໜາດ, ບໍລິສັດ ທ່ານ ຄໍາຕັນ ອ່າງເກັບນໍ້າເຂື່ອນເຊກະໝານ 1, ບໍລສັດ ໂຊກຊັບໄຊ ຕາດສາມພັກ, ຕາດແສງຈັນ, ຕາດກົ່ວພູ, ຕາດຕະຫຼຸງ ແລະ ຕາດສິນໄຊ.

ພ້ອມດຽວກັນນັ້ນ, ໄລຍະຜ່ານມາຍັງໄດ້ໂຄສະນາຜະລິດລາຍການທ່ອງທ່ຽວສຳຄັນຂອງແຂວງ ໂດຍພາກລັດ ແລະ ພາກທຸລະກິດທ່ອງທ່ຽວ ຜ່ານໂທລະພາບ, ວິທະຍຸ, ສື່ສັງຄົມອອນລາຍ, ປ້າຍໂຄສະນາ ແລະ ສື່ສິ່ງພິມປະເພດຕ່າງໆ. ທ່ານ ກົງຈັກ ສີສະຫວາດ ໄດ້ລາຍງານ ໃຫ້ຮູ້ຕື່ມວ່າ: ໄລຍະ 6 ເດືອນຕົ້ນປີ 2022 ແຂວງອັດຕະປື ສາມາດດຶງດູດນັກທ່ອງທ່ຽວເຂົ້າມາແຂວງ ໄດ້ທັງໝົດ 24,265 ຄົນ ຊຶ່ງຄາດຄະເນການກະຈາຍລາຍໄດ້ຈາກນັກທ່ອງທ່ຽວເຂົ້າມາແຂວງ ກໍຄືໃຫ້ແກ່ຊຸມຊົນຂອງແຂວງໄດ້ເຖິງ 8 ຕື້ກວ່າກີບ.

ຂ່າວ: ວັດທະນາ

Persuasive system design does matter: a systematic review of adherence to web-based interventions. Soul Musik Brenda's baby Dear mama all this drama got your baby actin' crazy Twistin' up my fingers but I'm big and back boolin' Man this YG indignant plus the young blood groovin' Rock bounc
error: Content is protected !!