
ໃນລະຫວ່າງວັນທີ 8-10 ສິງຫາ ຜ່ານມາ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເພື່ອກວດກາພື້ນທີ່ຕົວຈິງ ຈຸດຊາຍແດນທີ່ຍັງບໍ່ທັນສໍາເລັດການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນຢູ່ບໍລິເວນ 3 ເມືອງດັ່ງກ່າວ, ພ້ອມທັງຮັບຟັງການລາຍງານສະພາບການຕ່າງໆທີ່ເກີດຂຶ້ນ ຕາມບໍລິເວນຊາຍແດນ ແລະ ໂອ້ລົມອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແນໃສ່ເຮັດໃຫ້ປະຊາຊົນທີ່ອາໄສຢູ່ຕາມຊາຍແດນ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດລະບຽບການ ໃນການທໍາມາຫາກິນ, ເຮັດການຜະລິດກະສິກໍາ ແລະ ການເຂົ້າ-ອອກ ຂ້າມຜ່ານຕາມບໍລິເວນຊາຍແດນ ໃຫ້ຖືກຕ້ອງຕາມກົດໝາຍ.

ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ລົງກວດກາສະພາບຕາຝັ່ງເຈື່ອນຕາມລໍານໍ້າເຫືອງ ທີ່ມີຜົນກະທົບຕໍ່ເສັ້ນຊາຍແດນ, ລົງສໍາຫລວດພື້ນທີ່ບໍລິເວນດ່ານປະເພນີເຊັ່ນ: ດ່ານປະເພນີນາຂ່າ, ດ່ານປະເພນີເໝືອງແພ່ ເມືອງບໍ່ແຕນ, ດ່ານປະເພນີສີພູມ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ພ້ອມນີ້, ກໍໄດ້ລົງກວດກາດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ແຂວງວຽງຈັນ, ເພື່ອສະເໜີຄວາມເປັນໄປໄດ້ ໃນການຍົກລະດັບເປັນດ່ານສາກົນ.
ໃນໂອກາດລົງເຮັດວຽກຢູ່ເມືອງຊາຍແດນຂອງແຂວງໄຊຍະບູລີຄັ້ງນີ້, ນອກຈາກລົງກວດກາພື້ນທີ່ຊາຍແດນແລ້ວ, ທ່ານຮອງລັດຖະມົນຕີ ຍັງໄດ້ລົງຢ້ຽມຢາມເບິ່ງເຂດການຜະລິດ-ລ້ຽງສັດ ແລະ ຢ້ຽມຢາມອ້າຍນ້ອງທະຫານ ທີ່ປະຕິບັດໜ້າທີ່ປ້ອງກັນຊາຍແດນ ພ້ອມທັງມອບເຄື່ອງຊ່ວຍເຫລືອທີ່ຈໍາເປັນຈໍານວນໜຶ່ງ ເພື່ອເປັນກໍາລັງໃຈໃນການປະຕິບັດໜ້າທີ່ຢູ່ພື້ນທີ່ຫ່າງໄກ ອີກດ້ວຍ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
