ບັນຫາປາກົດການຫຍໍ້ທໍ້ຢູ່ ບ້ານ ໂນນສູງ, ເມືອງ ເລົ່າງາມ ໄດ້ຮັບການແກ້ໄຂດີຂຶ້ນ

ແຫລລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານໂນນສູງ ເມືອງເລົ່າງາມ ແຂວງສາລະວັນ ເລີ່ມລົງມືປະຕິບັດແຕ່ວັນທີ 4-11 ສິງຫາ 2022 ເຊິ່ງກາຍເປັນຂີດໝາຍສໍາຄັນໃນການແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ໄປພ້ອມໆກັນ ໂດຍສະເພາະ ບັນຫາຢາເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ, ຄອບຄົວ ແລະ ຜູ້ເສບ, ທັງສາມາດແກ້ໄຂບັນຫາຂີ້ລັກງັດແງະ, ຫລິ້ນການພະນັນ, ນໍາໃຊ້ພາຫະນະບໍ່ຖືກຕ້ອງ ແລະ ເປົ້າໝາຍຜູ້ເສບຢາເສບຕິດ ໄດ້ນຳມາສຶກສາອົບຮົມ ເພື່ອມີການປັບປຸງປ່ຽນແປງພຶດຕິກໍາ ໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ ໂດຍມີຄະນະຮັບຜິດຊອບວາລະແຫ່ງຊາດຂອງເມືອງ ຕິດຕາມ, ກວດກາ ແລະ ປະເມີນຜູ້ກ່ຽວຕາມຂັ້ນຕອນ.

ທ່ານ ພັນຕີ ສຸລິຍາ ຈັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງເລົ່າງາມ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ເມື່ອບໍ່ດົນນີ້ວ່າ: ການເຄື່ອນໄຫວວຽກງານດັ່ງກ່າວ ໄດ້ເລັ່ງ ໃສ່ຂອດການຈັດຕັ້ງປະຕິບັດຕາມ 5 ບາດກ້າວ, 3 ຂັ້ນຕອນ ໂດຍສະເພາະຢູ່ບ້ານໂນນສູງ ກໍສາມາດຕີລາຄາ, ຖອດຖອນບົດຮຽນ ແລະ ໄດ້ຮັບຜົນສໍາເລັດຫລາຍດ້ານ 46 ຄົນ, ຍິງ 3 ຄົນ, ທັງເລັ່ງການເຜີຍແຜ່ລະບຽບກົດໝາຍ, ເນື້ອໃນນິຕິກຳຕ່າງໆ ໃຫ້ພໍ່ແມ່ປະຊາຊົນ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ແນໃສ່ໃຫ້ການຮ່ວມມືການແກ້ໄຂ ເປັນຕົ້ນ ດ້ານຂໍ້ມູນຂອງບັນຫາປາກົດການຫຍໍ້ຕ່າງໆພາຍໃນບ້ານ, ໃນຄອບຄົວ ຕໍ່ການຈັດຕັ້ງ, ທັງຊ່ວຍສອດສ່ອງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ອັນໄດ້ສ້າງເງື່ອນໄຂ, ຂໍ້ສະດວກ ເຮັດໃຫ້ສັງຄົມພາຍໃນບ້ານ ມີຄວາມສະຫງົບໂດຍພື້ນຖານ, ເລັ່ງໃສ່ເປົ້າໝາຍຜູ້ທີ່ກະທໍາຜິດ, ພົວພັນກັບຢາເສບຕິດ ປ່ຽນແປງພຶດຕິກຳທີ່ກະທຳຜິດຕໍ່ກົດໝາຍ ຫັນປ່ຽນແນວຄວາມຄິດກັບມາເປັນພົນລະເມືອງດີຂອງສັງຄົມ ໂດຍໄດ້ມີການສົມທົບກັບອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ, ຜູ້ປົກຄອງ ໃຫ້ການຮ່ວມມື ແລ ຈັດຕັ້ງປະຕິບັດ.

ບ້ານໂນນສູງ ເປັນບ້ານເທສະບານຂອງເມືອງເລົ່າງາມ ມີ 118 ຫລັງຄາເຮືອນ, 121 ຄອບຄົວ, ພົນລະເມືອງທັງໝົດ 519 ຄົນ, ຍິງ 292 ຄົນ, ສ່ວນໃຫຍ່ປະກອບອາຊີບ ປູກຝັງ-ລ້ຽສັດ ເປັນຫລັກ ແລະ ຄ້າຂາຍ ເປັນອາຊີບສຳຮອງ ຜ່ານການລົງເຄື່ອນໄຫວເກັບກຳຂໍ້ມູນ, ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ພໍ່ແມ່ປະຊາຊົນ ມີຄວາມເປັນເຈົ້າການ ແລະ ໃຫ້ການຮ່ວມມືເປັນຢ່າງດີ ແນໃສ່ສະກັດກັ້ນ, ແກ້ໄຂບັນຫາປາກົດການຫຍໍ້ທໍ້ພາຍໃນບ້ານ. ນອກນັ້ນ, ຍັງຈະໄດ້ເອົາໃຈໃສ່ໃນການຕິດຕາມ, ກວດກາຢ່າງໃກ້ຊິດ ຢ່າງຕໍ່ເນື່ອງ ເພື່ອປະເມີນຜົນໄດ້ຮັບ ແລະ ການປ່ຽນແປງທາງດ້ານສັງຄົມພາຍໃນບ້ານ.

ຂ່າວ-ພາບ: ວິໄລວອນ

error: Content is protected !!