6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ປະຕິບັດລາຍຮັບໄດ້ 290 ຕື້ກວ່າກີບ

ດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຢ່າງຕັ້ງໜ້າ ດ້ວຍຄວາມຮັບຜູດຊອບສູງ 6 ເດືອນຕົ້ນປີ 2022 ​ບໍລິ​ມາດ​ການ​ສົ່ງ​ອອກສິນຄ້າຜ່ານດ່ານພາສີສາ ກົນບໍ່ເຕ່ນ ມີນໍ້າ ໜັກລວມ 748 ລ້ານກວ່າໂຕນ ມູນ​ຄ່າ 224 ລ້ານກວ່າ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325 ລ້ານກວ່າໂຕນ ມູນ​ຄ່າ 567 ລ້ານກວ່າໂດ​ລາສະຫະ ລັດ. ພ້ອມນີ້, ຍັງສາມາດຈັດເກັບລາຍຮັບໄດ້ 290 ກວ່າຕື້ກີບ ລື່ນແຜນ ການ 12.83%.

6 ​ເດືອນຕົ້ນ​ປີ 2022, ​ບໍລິ​ມາດການສົ່ງ​ອອກສິນຄ້າຜ່ານດ່ານພາສີສາກົນບໍ່ເຕ່ນ ມີນໍ້າໜັກລວມ​ 748,097,712 ໂຕນ ມູນ​ຄ່າ 224.226.917 ​ໂດ​ລາສະຫະ ລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325,177,706 ໂຕນ ມູນ​ຄ່າ 567,618,996 ໂດ​ລາສະຫະລັດ; ເຊິ່ງສິນຄ້າ​ຂາ​ອອກສ່ວນຫຼາຍແມ່ນ​ສິນຄ້າ​ກະສິກໍາ,​ ​ເກືອ​ກາລີ ຢາງພາລາ, ​ແຮ່​ເຫຼັກ ​ແລະ ອື່ນໆ; ສ່ວນສິນຄ້າຂາເຂົ້າ ມີປະເພດສິນຄ້າຜ່ານແດນສາກົນຈາກ ຈີນ ໄປ ໄທ ແລະ ຈາກ ໄທ ໄປ ຈີນ ເຊັ່ນ: ປະເພດຜັກ, ໜາກໄມ້ສົດ, ອາຫານແຊ່ແຂງ ແລະອື່ນໆ. ດ່ານພາສີສາກົນບໍ່ເຕ່ນ ໄດ້​ນໍາ​ໃຊ້​​ເຄື່ອງມື​ທັນ​ສະ​ໄໝ​​ໃນ​ການ​ປະຕິ ບັດວຽກ​ງານ​ ເປັນຕົ້ນລະບົບ ASYCUDA ແລະ ລະບົບ SMART TAX ລະບົບ SCANNER ລະ ບົບ EASY PASS ລະບົບ Lao National SingleWindow ລະບົບເອເລກໂຕຮນິກ ບ53. ນອກ​ນີ້, ​ຍັງ​ມີ​ລະບົບ IM. EX ແລະ ລະບົບອື່ນໆອີກ. ປີ 2022 ​ດ່ານ​ພາສີ​ສາ ກົນ​ບໍ່​ເຕ່ນ ໄດ້ຮັບຕົວເລກແຜນການປີ 515,5 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 77.79% ​ເທົ່າ​ກັບ 225.55 ຕື້ກີບ.

ສະເພາະ 6 ​ເດືອນ​ຕົ້ນປີ, ຕົວເລກແຜນການ 257.75 ຕື້ກີບ ໂດຍຜ່ານການປະຕິບັດຕົວຈິງໄດ້ 290,83 ຕື້ກວ່າກີບ ເທົ່າກັບ 56.42% ຂອງ​ແຜນການປີ ລື່ນ​ແຜນ 6 ​ເດືອນ 33,08 ຕື້ກວ່າກີບ ເທົ່າກັບ 12.83% ຄາດ​ຄະ​ເນ​ໝົດ​ປີ 2022 ໃຫ້​ໄດ້ຕາມ​ແຜນການ (515.5 ຕື້ກີບ). ຖ້າປະຕິບັດໄດ້ 530 ຕື້ກີບ ຈະເທົ່າກັບ 102.81% ຂອງ​ແຜນການປີ ​ລື່ນ​ແຜນການ ​2.81% ​ເທົ່າ​ກັບ 14.5 ຕື້ກີບ ທຽບໄລຍະດຽວກັນຂອງ 6 ​ເດືອນ​ຕົ້ນປີຂອງປີຜ່ານ ມາ ​ເພີ່ມ​ຂຶ້ນ 47.53% ​ເທົ່າ​ກັບ 93.69 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນແຕ່​ຕົ້ນ​ປີ 2021 ​ຮອດ 31 ກໍ ລະກົດ 2021 ປະຕິບັດໄດ້ 229.97 ຕື້ກວ່າກີບ ແຕ່​ຕົ້ນ​ປີ​ 2022 ຮອດ 31 ກໍລະກົດ 2022 ປະຕິບັດໄດ້ 353,943,301,800 ກີບ ​​ເພີ່ມ​ຂຶ້ນ 53.91% ເທົ່າກັບ 123.97 ຕື້ກວ່າກີບ ສໍາລັບການຈັດເກັບລາຍຮັບຈາກ​ທາງ​ລົດ​ໄຟ ແຜນການ 6 ​ເດືອນ​ຕົ້ນປີ 2022 ຈໍານວນ 97.75 ຕື້ກີບ ປະຕິບັດໄດ້ 34.58 ຕື້ກວ່າກີບ ເທົ່າກັບ 35.39% ຂອງ​ແຜນການ; ສ່ວນແຜນການໝົດປີ 2022 ຈໍານວນ 195.5 ຕື້ກີບ ປະຕິບັດ​ແຕ່​ຕົ້ນ​ປີ ຮອດ 31 ກໍລະກົດ 2022 ໄດ້ 40.5 ຕື້ກວ່າ ເທົ່າກັບ 20.72% ຂອງ​ແຜນການປີ.

error: Content is protected !!