ເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍຢາເສບຕິດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ

ປກສ ແຂວງ​ບໍ່ແກ້ວ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນແຫຼງຂ່າວຂອງສູນປະສານງານ 4 ຝ່າຍປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າ ຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາແຂວງບໍ່ແກ້ວ ( ເມືອງ​ ຕົ້ນເຜິ້ງ ). ຈາກນັ້ນ, ກອງບັນຊາການ ປກສ ແຂວງ ໄດ້ຊີ້ນຳຫ້ອງວິຊາສະເພາະທີ່ກ່ຽວຂ້ອງລົງສົມທົບກັບສູນປະສານງານ 4 ປະເທດ ( ຝ່າຍຈີນ ) ທີ່ປະຈຳຢູ່ດ່ານບ້ານມອມ ຕິດຕາມເປົ້າໝາຍ.

ມາຮອດວັນທີ 6 ສິງຫາ 2022 ເວລາ 12:05 ນາທີ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງແມ່ນໄດ້ເຫັນເປົ້າໝາຍຂີ່ລົດຈັກເຂົ້າໄປບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ພອນ ສຸຕະວົງ ອາຍຸ 45 ປີ ແລະ ນາງ ມອນ ສຸຕະວົງ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງສອງຄົນແມ່ນເປັນຜົວເມຍກັນ, ພ້ອມທັງກວດຄົນເຮືອນ ( ເຄຫະສະຖານ ) ຜ່ານການກວດຄົ້ນແມ່ນສາມາດຍຶດໄດ້ເຄື່ອງຂອງກາງຢາເສບຕິດ ( ປະເພດຢາບ້າ ) ຈຳນວນ 3,​304ມັດ ເທົ່າກັບ 6,​608,​000 ເມັດ, ນ້ຳໜັກລວມ 733 ກິໂລກຼາມ ແລະ ຢາເສບຕິດ ( ປະເພດໄອສ໌ ) 1 ກິໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈິບປຼາໂດ 1 ຄັນ, ລົດກະບະລີໂວ 1 ຄັນ, ລົດກະບະນິດ 1 ຄັນ, ເງິນກີບ ຈຳນວນ 80,​000,​000, ເງິນບາດຈຳນວນ 4,​109,​000 ບາດ, ເງິນຢວນຈຳນວນ 10,​000 ຢວນ.

ຕໍ່ກັບຄະນະດັ່ງກ່າວປັດຈຸບັນທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງພວມດຳເນີນການສືບສວນ-ສອບສວນຂະຜົນຫາກຸ່ມແກ້ງເຄື່ອຂ່າຍ.

ຂ່າວ: ປກສ ແຂວງບໍ່ແກ້ວ

Shay ends up finding Crash at the Wilsons' and after a short confrontation, they get him to leave. Following reports of poor working conditions at Three Mile Canyon, big retail consumers such as Safeway and Costco stopped doing business with them.
error: Content is protected !!