
ໃນວັນທີ 9 ສິງຫາ 2022 ນີ້, ທ່ານ ດຣ ແພງວັນ ພົມມະປັນຍາ, ຮອງຫົວໜ້າສາທາລະນະສຸກ ເມືອງ ຄູນ ໄດ້ໃຫ້ສຳພາດໃນໂອກາດທີ່ທີມງານສື່ມວນຊົນສູນກາງ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງ ຊຽງຂວາງ ວ່າ: ເມືອງ ຄູນ ເປັນເມືອງທາງຜ່ານ ມີທັງໝົດ 76 ບ້ານ, ມີປະຊາກອນ 37.547 ຄົນ ຍິງ 16.986, ມີ 104 ຈຸດສັກຢາ, ມີໂຮງໝໍນ້ອຍ 8 ແຫ່ງ ແລະ ໂຮງໝໍຊຸມຊົນ 1 ແຫ່ງ.
ສຳລັບການສັກວັກຊິນເຂັມທີ 1 ໄດ້ 24.656 ເທົ່າກັບ 66%, ເຂັມທີ 2 ໄດ້ 20.262 ເທົ່າກັບ 55 %, ເຂັມທີ 3 ໄດ້ 4.311 ເທົ່າກັບ 11,7 % ແລະ ສັກເຂັມທີ 4 ໄດ້ 333 ເທົ່າກັບ 0,9% ເຊິງວ່າ ການຈັດຕັ້ງປະຕິບັດວຽກງານ ສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ຢູ່ ເມືອງ ຄູນ, ແຂວງ ຊຽງຂວາງ ສາມາດບັນລຸຜົນດີ ແຕ່ທຽບໃສ່ພົນລະເມືອງ ຫຼື ເປົ້າໝາຍລວມພາຍໃນເມືອງຍັງເຫັນວ່າ ອັດຕາການສັກວັກຊິນ ແມ່ນບໍ່ທັນບັນລຸເປົ້າໜາຍ ແລະ ພົບບັນຫາຫຍຸ້ງຍາກພໍສົມຄວນ ເປັນຕົ້ນແມ່ນປະຊາຊົນຈໍານວນໜຶ່ງ ຍັງຖືເບົາຕໍ່ການສັກວັກຊິນ, ມີບາງຄອບຄົວຄອບຄົວ ບໍ່ໃຫ້ຄວາມຮ່ວມມືໃນການສັກວັກຊິນ ແລະ ບາງຄອບຄົວ ເຮັດໃຫ້ມີຄວາມລັງເລທີ່ຈະມາສັກວັກຊິນ. ເຖິງຢ່າງໃດກໍຕາມໃນອີກ 3 ເດືອນຕໍ່ໜ້ານີ້ທາງ ຫ້ອງການສາທາ ຈະສູ້ຊົນສັກຢາວັກຊິນ ໃຫ້ແກ່ກຸ່ມເປົ້າໝາຍພາຍໃນເມືອງ ໃຫ້ໄດ້ຕາມຄາດໝາຍ 80% ຂຶ້ນໄປ, ເຊິ່ງຈະສືບຕໍ່ໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນຈະປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຫ້ອງການພາຍໃນເມືອງ, ເພີ່ມທະວີໂຄສະນາສຸຂະສຶກສາ ໃຫ້ພໍ່ແມ່ປະຊາຊົນໃຫ້ທົ່ວເຖິງທຸກເປົ້າໝາຍ, ສືບຕໍ່ເກັບກຳຂໍ້ມູນປະຊາກອນເປົ້າໝາຍຕົວຈິງໃຫ້ສຳເລັດ, ສຸມໃສ່ບ້ານ ແລະ ໂຮງຮຽນທີ່ມີຕົວເລກອັດຕາປົກຄຸມຕໍ່າ.

ບ້ານ ຊຳຍຸງ ເປັນບ້ານໜຶ່ງທີ່ຢູ່ ເຂດຫ່າງຈາກເທດສະບານ ເມືອງ ຄູນ 11 ກິໂລແມັດ ອາຊີບຕົ້ນຕໍ ຂອງພໍ່ແມ່ ປະຊາຊົນແມ່ນປູກຟັງ ແລະ ລ້ຽງສັດ ມີພົນລະເມືອງທັງໝົດ 850 ຄົນ ຍິງ 413 ຄົນ ສ່ວນຫລາຍແມ່ນຊົນເຜົ່າ. ຖ້າຈະເວົ້າເຖິງວຽກງານການສັກວັກຊິນ ໂຄວິດ-19 ເຫັນໄດ້ວ່າປະຊາຊົນພາຍໃນບ້ານສ່ວນຫລາຍມີຄວາມກະຕືລືລົ້ນໃນການມາສັກຢາກວັກຊິນໃຫ້ຄົບກຳໜົດ 3 ເຂັມຂຶ້ນໄປ ແຕ່ກໍຍັງມີ ພໍ່ແມ່ປະຊາຊົນຈຳນວນໜ່ອຍທີ່ຍັງບໍ່ທັນເຂົ້າໃຈ ແລະ ມີຄວາມກັງວົນໃນການສັກຢາວັກຊິນ ເນື່ອງຈາກວ່າເຫັນຂ່າວຢູ່ໃນສື່ອອນລາຍ ທີ່ອອກຂ່າວປອມ ວ່າສັກຢາວັກຊີນ ແລ້ວເສຍຊີວິດ ເຮັດໃຫ້ພໍ່ແມ່ປະຊາຊົນຈຳນວນໜຶ່ງ ຢ້ານກົວການມາຮັບວັກຊິນ ເຖິງຢ່າງໃດກໍຕາມທາງອຳນາດການປົກຄອງ ກໍໄດ້ລົງປົກລະດົມ ແລະ ໃຫ້ສຸຂະສຶກສາກ່ຽວກັບພະຍາດ ໂຄວິດ-19 ແລະ ການສັກວັກຊິນ. ນອກຈາກນັ້ນ ທາງອຳນາດການປົກຄອງຍັງໄດ້ລົງໄປໂອ້ລົມຮອດເຮືອນປະຊາຊົນ ຜູ້ທີ່ບໍ່ມາສັກວັກຊິນ ເພື່ອໃຫ້ພວກເຂົາເຫັນໄດ້ເຖິງຄວາມສໍາຄັນຂອງການສັກວັກຊິນປ້ອງກັນພະຍາດ ໂຄວິດ-19.
