ຂົວຂ້າມຫ້ວຍໝາກແງວ ເມືອງ​ ບາຈຽງຈະເລີນສຸກ,​ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມ

ຂົວຂ້າມຫ້ວຍໝາກແງວ ເມືອງ​ ບາຈຽງຈະເລີນສຸກ,​ ແຂວງ​ ຈຳປາສັກ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມຊຸ ໃນວັນທີ 10 ສິງຫາ ຜ່ານມານີ້, ທ່ານ ວັນໄຊ ສັກບົວວົງ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງ​ ບາຈຽງຈະເລີນສຸກ ໄດ້ລົງສຳຫຼວດຜົນເສຍຫາຍ ແລະ ໃຫ້ສຳພາດວ່າ: ເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນ ໄດ້ເກີດມີສະພາບນໍ້າຖ້ວມ, ນໍ້າແຕກແກ່ງ ແລະ ໄຫຼຊຸແຮງລົ້ນຫ້ວຍ ຢູ່ບ້ານຫ້ວຍໝາກແງວ ເມືອງ​ ບາຈຽງຈະເລີນສຸກເປ່ເພຢ່າງໜັກໜ່ວງ ແລະ ບໍ່ສາມາດໃຊ້ງານໄດ້.ເຮັດໃຫ້ການສັນຈອນເປັນອຳມະພາດ ແລະສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ການສັນຈອນໄປມາຂອງປະຊາຊົນ ແລະ ລວມເຖີງ ການຂົນສົ່ງສິນຄ້າກະສິກຳ ຈາກເມືອງເລົ່າງາມ ແຂວງສາລະວັນ ເຂົ້າມາແຂວງຈຳປາສັກ ຜ່ານເສັ້ນທາງເລກທີ 20 ຖືກຢຸດສະງັກ. ປັດຈຸບັນເຈົ້າໜ້າທີ່ກຳລັງ ປກຊ – ປກສ ແລະອຳນາດການປົກຄອງເມືອງ, ອຳນາດການປົກຄອງບ້ານ ໄດ້ລົງຊ່ວຍເຫຼືອປະຊາຊົນໃນການຂ້າມຂົວ ໂດຍສະເພາະໃນກໍລະນີສຸກເສີນ ມີຄົນເຈັບປ່ວຍ ເພື່ອໄປປິ່ນປົວຢູ່ໂຮງໝໍ. ສ່ວນວ່າການຂົນສົ່ງໂດຍສານ,ສິນຄ້າຕ່າງໆ ຈະທຽວໄດ້ກໍຕໍ່ເມື່ອໄດ້ຮັບການກໍ່ສ້າງສ້ອມແປງຂົວຄືນໃໝ່ ແຕ່ຄາດວ່າຢ່າງໜ້ອຍກໍຈະໃຊ້ເວລາ ບໍ່ຕໍ່າກ່ວາ 1 ເດືອນ.

ເພື່ອແກ້ໄຂບັນຫາການສັນຈອນ ທີ່ຈຸດຂົວຂ້າມຫ້ວຍໝາກແງວໃຫ້ກັບສູ່ສະພາບປົກຕິໂດຍໄວ. ທາງຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານໃຫ້ອົງການປົກຄອງແຂວງ ແລະ ພົວພັນກັບພະແນກ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພືອຊ່ວຍເຫຼືອສ້ອມແປງ – ກໍ່ສ້າງຂົວຄືນໃໝ່ ແລະ ຈາກນີ້ກໍໄດ້ແຈ້ງໃຫ້ທົ່ວສັງຄົມຮັບຮູ້ ເພື່ອນຳໃຊ້ເສັ້ນທາງອື່ນທົດແທນເປັນການຊົ່ວຄາວ ເປັນຕົ້ນການຂົນສົ່ງໂດຍສານ, ສິນຄ້າ ຕ່າງໆເຂົ້າມາ ຂໍໃຫ້ຫຼີກລ່ຽງ ແລະ ໄປນຳໃຊ້ເສັ້ນທາງທ່າແຕງ – ປາກຊ່ອງ ຊົ່ວຄາວ ຈົນກວ່າຂົວຂ້າມຫ້ວຍໝາກແງວ (ທາງເລກ 20 ທີ່ເຊື່ອມຕໍ່ເມືອງເລົ່າງາມ ແຂວງ​ ສາລະວັນ ແລະ ເມືອງບາຈຽງຈະເລີນສຸກ ແຂວງ​ ຈຳປາສັກ) ຈະກໍ່ສ້າງຄືນໃໝ່ ແລະ ນຳໃຊ້ໄດ້ເປັນປົກກະຕິ.

ຂ່າວ: ດວງໃຈ ຂຸນສັກດາ

error: Content is protected !!