ຜົນການສຶກສາຫຼ້າສຸດ ຂອງ ນັກວິທະຍາສາດ ສະວີເດນ ຊີ້ວ່າ: ໃນຂະນະນີ້ ບໍ່ມີສະຖານທີ່ໃດໃນໂລກ ປອດຈາກສານ PFAS ຫຼືທີ່ຮູ້ຈັກກັນດີໃນທາງວິທະຍາສາດ ຊື່ວ່າ “ສານເຄມີຊົ່ວນິລັນ” (forever chemicals) ອີກແລ້ວ ໂດຍພົບການປົນເປື້ອນໃນນໍ້າຝົນທີ່ຕົກລົງມາທົ່ວໂລກ ຊຶ່ງສູງກວ່າລະດັບປອດໄພຕາມທີ່ ລັດຖະບານສະຫະລັດ ອາເມຣິກາ ກໍານົດໄວ້ຫຼາຍ.
ເຖິງແມ່ນວ່າ ຜົນການວິໄຈຜ່ານມາ ຍັງບໍ່ອາດສະຫຼຸບໄດ້ວ່າ ສານ PFAS ທີ່ເປັນສານເຄືອບເຄື່ອງຄົວເທຟລອນ ແລະ ໃຊ້ໃນຜະລິດຕະພັນ ອຸດສາຫະກໍາຫຼາຍຢ່າງ ເຊັ່ນ ສີ, ກາວ, ເຈ້ຍ, ເສື້ອກັນຝົນ, ບັນຈຸພັນຕ່າງໆ ເປັນສານກໍ່ມະເຮັງ ແລະ ສົ່ງຜົນຮ້າຍຕໍ່ສຸຂະພາບໃນໄລຍະຍາວ ຫຼືບໍ່ ແຕ່ຜູ້ຊ່ຽວຊານບາງສ່ວນ ເຊື່ອວ່າ ຖ້າຫາກບໍ່ຈໍາກັດປະລິມານ ໃນການໃຊ້ PFAS ແຕ່ບັດນີ້ ຈະເຮັດໃຫ້ເກີດຜົນຮ້າຍຕໍ່ມະນຸດໃນອະນາຄົດ.
ສານ PFAS ຫຼື ໂພລິຟອໍໂຣອັລຄິລ ແລະ ເພີຟລູອໍໂຣອັລຄິລ ເປັນສານປະກອບ ຟລູອໍຣິນ ທີ່ມີຢູ່ປະມານ 4,500 ຊະນິດ ສາມາດຕົກຄ້າງຢູ່ໃນດິນ, ນໍ້າ ແລະ ບັນຍາກາດ ໄດ້ດົນກວ່າຫຼາຍພັນປີ ຈົນໄດ້ຮັບສາຍາວ່າ ເປັນສານເຄມີຊົ່ວນິລັນ.
ວົງຈອນການແພ່ກະຈາຍຕົວຂອງສານ PFAS ນັ້ນ ເລີ່ມຈາກການເປັນອະນຸພາກຂະໜາດນ້ອຍ ໃນລະອອງນໍໍ້າທະເລ ຊຶ່ງຈະຖືກລົມພັດພາຂຶ້ນໄປໃນອາກາດ ແລະ ຕົກລົງມາກັບນໍ້າຝົນ ທີ່ແຊກຊຶມສູ່ພື້ນດິນ ໂດຍສາມາດພົບໄດ້ ແມ່ນແຕ່ໃນພື້ນທີ່ຫ່າງໄກ ເຊັ່ນ ທະວີບແອນຕາກຕິກາ.
ທີມນັກວິທະຍາສາດ ຈາກ ມະຫາວິທະຍາໄລ ສະຕອກໂຮມ (Stockholm University) ຂອງ ສະວີເດນ ຕີພິມຜົນການສຶກສາຂ້າງຕົ້ນ ໃນ ວາລະສານ Environmental Science & Technology ໂດຍລະບຸວ່າ ຜົນການກວດສອບສານ PFAS ຈໍານວນ 4 ຊະນິດ ໃນນໍ້າຝົນທີ່ຕົກລົງມາທົ່ວໂລກ ພົບວ່າ ມີສານດັງກ່າວຢູ່ຊະນິດໜຶ່ງ ທີ່ມີປະລິມານປົນເປື້ອນສູງ ໃນນໍ້າຝົນຂອງທຸກແຫ່ງ.
ສາສະດາຈານ ອຽນ ເຄົາຊິນ ຜູ້ນໍາທີມວິໄຈ ບອກວ່າ: “ບໍ່ມີພື້ນທີ່ປອດໄພໃນໂລກຂອງເຮົາອີກຕໍ່ໄປແລ້ວ, ເຮົາພົບສານເຄມີນີ້ໃນທຸກແຫ່ງ ແລະ ບໍ່ສາມາດຈໍາກັດມັນໃຫ້ຢູ່ໃນລະດັບທີ່ປອດໄພໄດ້ອີກຕໍ່ໄປແລ້ວ. ແຕ່ນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຈະຕ້ອງຕາຍກັນມົດ, ພຽງແຕ່ຕອນນີ້ ບໍ່ມີສະຖານທີ່ໃດເລີຍ ທີ່ເຮົາຈະໝັ້ນໃຈໄດ້ວ່າ ສິ່ງແວດລ້ອມໃນພື້ນທີ່ນັ້ນໆ ມີຄວາມປອດໄພ.”
ກ່ອນໜ້ານີ້ ມີການວິໄຈ ທີ່ຊີ້ວ່າ: ຖ້າຫາກໄດ້ຮັບສານ PFAS ໃນປະລິມານສູງ ຈະມີຄວາມສ່ຽງຕໍ່ໂຣກມະເຮັງບາງຊະນິດ ລວມທັງບັນຫາການຈະເລີນພັນ ແລະ ພັດທະນາການທີ່ຫຼ້າຊ້າໃນເດັກ. ແຕ່ກໍມີການວິໄຈອີກຈໍານວນໜຶ່ງ ທີ່ບໍ່ພົບຄວາມເຊື່ອມໂຍງກ່ຽວຂ້ອງ ລະຫວ່າງສານ PFAS ກັບໂຣກດັງກ່າວ.
ທີມຜູ້ວິໄຈຈາກ ມະຫາວິທະຍາໄລ ສະຕອກໂຮມ ຍັງຊີ້ວ່າ: ການຄວບຄຸມປະລິມານສານ PFAS ບໍ່ໃຫ້ປົນເປື້ອນໃນສິ່ງແວດລ້ອມ ຈົນເກີນລະດັບມາດຕະຖານນັ້ນ ປັດຈຸບັນ ບໍ່ອາດຈະເຮັດໄດ້ໂດຍງ່າຍໃນທາງປະຕິບັດ ແຖມຍັງມີທ່າອ່ຽງວ່າ ລັດຖະບານປະເທດຕ່າງໆ ຈະຫຼຸດຜ່ອນເກນມາດຕະຖານດັງກ່າວ ໃຫ້ຕໍ່າລົງເລື້ອຍໆ ເພາະໄປຂັດຂວາງກິດຈະກໍາທາງເສດຖະກິດ ເຊັ່ນ ການກໍ່ສ້າງອາຄານ ແລະ ອຸດສາຫະກໍາຕ່າງໆ.