ແຈ້ງເຕືອນພາຍຸໝຸນເຂດຮ້ອນ (MULAN) ປະຈໍາວັນທີ 09 ສິງຫາ 2022

ພາຍຸໜູນເຂດຮ້ອນ ມູລານ ຫົວທີ 07 ກໍາລັງເຄື່ອນທີ່ໄປທາງພາກເໜືອ ຕອນເທິງຂອງເກາະໄຮໜໍາ ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກໍາລັງແຮງປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຍັງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ຕົກປານກາງເປັນ ບໍລິເວນກວ້າງ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້. ພ້ອມດຽວກັນນີ້ ລະດັບນໍ້າ ຢູ່ຕາມສາຍນໍ້າເຊໂດນ, ສາລະວັນ, ວາປີ, ຄົງເຊໂດນ, ສຸວັນນະຄີລີ ໄດ້ຂຶ້ນ ກາຍ ເຂດລະວັງໄພແລ້ວ ແລະ ຈະມີທ່າອ່ຽງເພີ່ມຂຶ້ນຕື່ມອີກ.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງ ອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ທີ່ຢູ່ລຽບຕາມແຄມ ແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຕິດຕໍ່ກັນ ຫລາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໃນໄລຍະວັນທີ 09 ຫາ 12 ສິງຫາ 2022 ພ້ອມນີ້ຂໍໃຫ້ຕິດຕາມ ຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

error: Content is protected !!