ນາຍົກລັດຖະມົນຕີ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟ ຫລວງພະບາງ ປັບປຸງການບໍລິການໃຫ້ດີຂຶ້ນ

ໃນໂອກາດເຮັດວຽກຮ່ວມກັບ ຄະນະຮັບຜິດຊອບ ສະຖານີລົດໄຟຫລວງພະບາງ ວັນທີ 7 ສິງຫາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກ ແກ່ຜູ້ມາໃຊ້ບໍລິການ.

ສະຖານີລົດໄຟ ຫລວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫລວງ ວຽງຈັນ, ມີເນື້ອທີ່ຫລາຍກວ່າ 7,000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1,200 ຄົນ ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫລວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນຫລາຍ ແລະ ພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫລາຍກວ່າ 30 ຄົນ. ປັດຈຸບັນ ກຳລັງສືບຕໍ່ປັບປຸງສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອື່ນໆ.

ນັບແຕ່ເປີດບໍລິການມາຮອດປັດຈຸບັນ, ໄດ້ຈໍາໜ່າຍປີ້ລົດໄຟແລ້ວເກືອບ 2 ແສນປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫລາຍກວ່າໝູ່ ມີຜູ້ໂດຍສານຂາອອກທັງໝົດ 53,436 ຄົນ, ສ່ວນສະຖານີຂົນສົ່ງສີນຄ້າ ແມ່ນມີ 2 ຊ່ອງທາງສໍາລັບຄ່ຽນຖ່າຍສິນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສິນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສິນຄ້າປະມານ 10,000 ຕາແມັດ, ສາມາດຮອງຮັບຕູ້ສິນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕນຕໍ່ປີ, ປັດຈຸບັນ ມີສິນຄ້າສົ່ງອອກປະເພດແຮ່ເຫລັກ, ແປ້ງມັນຕົ້ນ ແລະ ຢາງພາລາ. ສ່ວນສີນຄ້ານຳເຂົ້າ ແມ່ນປະເພດປຸຍ ແລະ ເຫລັກຈຳນວນໜຶ່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ມີສິນຄ້າສົ່ງອອກ 3,519 ຕູ້, ນ້ຳໜັກ 146,662 ໂຕນ.

error: Content is protected !!