ລັດຖະບານ ຮັບຮອງເອົາຖະແຫລງການແຫ່ງຊາດ ວ່າດ້ວຍການ ຫັນປ່ຽນການສຶກສາ

ໃນວັນທີ 4 ສິງຫາ ຜ່ານມາ, ລັດຖະບານລາວ ໄດ້ເຫັນດີຮັບຮອງເອົາ ຖະແຫລງການແຫ່ງຊາດ ວ່າດ້ວຍການຫັນປ່ຽນການສຶກສາ ຢູ່ໃນ ສປປ ລາວ ເຊິ່ງຈະຊ່ວຍເພີ່ມທະວີຄວາມພະຍາຍາມຂອງ ສປປ ລາວ ໃນການປັບປຸງຄຸນນະພາບຂອງການສຶກສາໃນ ສປປ ລາວ ໂດຍສະເພາະໃນສະພາບການລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມ ເເລະ ນຳສະເໜີຖະແຫລງການແຫ່ງຊາດວ່າດ້ວຍ ການຫັນປ່ຽນການສຶກສາ ໃນກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ (Global Transforming Education Summit) ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ໃນເດືອນກັນຍາ 2022 ທີ່ຈະມາເຖິງນີ້. ກອງປະຊຸມສຸດຍອດດັ່ງກ່າວ ຈະໄດ້ຮັບການຊີ້ນຳໂດຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ເເລະ ເປັນສ່ວນໜຶ່ງຂອງ ກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ. ນອກນັ້ນ, ກອງປະຊຸມສຸດຍອດດັ່ງກ່າວ ຈະຊ່ວຍເຊື່ອມໂຍງບຸລິມະສິດດ້ານການສຶກສາຂອງລັດຖະບານ ເເຫ່ງ ສປປ ລາວ ເຂົ້າກັບຄວາມພະຍາຍາມຂອງທົ່ວໂລກທີ່ກໍາລັງຈັດຕັ້ງປະຕິບັດຢູ່ ເພື່ອລະດົມແນວຄວາມຄິດ ແລະ ກິດຈະກໍາ ເພື່ອຫັນປ່ຽນການສຶກສາ ແຕ່ນີ້ຮອດປີ 2030, ພ້ອມດ້ວຍການບັນລຸເປົ້າໝາຍ SDG 4 ດ້ານການສຶກສາທີ່ມີຄຸນນະພາບ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຖະແຫລງການແຫ່ງຊາດ ວ່າດ້ວຍການຫັນປ່ຽນການສຶກສາ ທີ່ໄດ້ຮັບຮອງແມ່ນຜົນໄດ້ຮັບຈາກຄວາມພະຍາຍາມ ທັງໝົດຂອງພວກເຮົາທີ່ຜ່ານມາ ແລະ ຈະຊ່ວຍຜັນຂະ ຫຍາຍວຽກງານການປັບປຸງ ຜົນການຮຽນຂອງນັກຮຽນໃນທົ່ວປະເທດ ແລະ ແກ້ໄຂການສູນເສຍການຮຽນ ທີ່ເກີດຂຶ້ນຈາກການປິດໂຮງຮຽນໃນໄລຍະການລະບາດຂອງພະຍາດ ໂຄວິດ-19. ນອກຈາກນີ້, ຍັງສອດຄ່ອງກັບແຜນຍຸດທະສາດການພັດທະນາການສຶກສາ ແລະ ກິລາ ຂອງ ສປປ ລາວ ແລະ SDG 4. ພ້ອມກັນນີ້, ທ່ານ ພຸດ ສິມມາລາວົງ ໄດ້ກ່າວຂອບໃຈຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການແກ້ໄຂບັນຫາຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ການຮຽນຂອງເດັກນ້ອຍ ໃນ ສປປ ລາວ ເຊັ່ນດຽວກັນ.

ໃນຄໍາຖະແຫລງການສະບັບໃໝ່ນີ້, ລັດຖະບານເເຫ່ງ ສປປ ລາວ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານໃນ 4 ຫົວຂໍ້ເປັນຫລັກ, ເຊິ່ງລວມມີ: ການຟື້ນຟູການຮຽນຈາກຜົນກະທົບຂອງ ໂຄວິດ-19, ການຈິນຕະນາການຄືນໃໝ່ເຖິງຮູບເເບບຂອງການສຶກສາ, ການສ້າງຄວາມເຂັ້ມແຂງດ້ານການເງິນພາກລັດ ສຳລັບວຽກງານສຶກສາ ແລະ ຍົກສູງເປົ້າໝາຍລະດັບຊາດ ແລະ ມາດຕະຖານການສຶກສາ

We are looking for solid gospel songs for our church in Phoenix, AZ. Really useful if you don't want to get a vehicle you don't want which you feel isn't worth riding on as those collectibles appear so often. Revenues in excess of benefit payments are invested to provide additional trust fund income.
error: Content is protected !!