ເປີດງານ Vientiane Center Motor Show 2022

  ໃນວັນທີ 6 ສິງຫາ 2022 ນີ້ ໄດ້ຈັດພິທີເປີດງານ Vientiane Motor Show 2022 ພາຍໃຕ້ສະໂລແກນ “ເຕັກໂນໂລຊີ ການຂັບເຄື່ອນເກີນຂີດຈຳກັດ” ທີ່ ສູນການຄ້າວຽງຈັນເຊັນເຕີ Event Hall ຊັ້ນ 1, ນະຄອນຫຼວງ ວຽງຈັນ. ໂດຍມີທ່ານ ຊູປໍຣ ຫົວໜ້າຄະນະບໍລິຫານ ຝ່າຍພັດທະນາເສດຖະກິດ ສູນການຄ້າວຽງຈັນຊັນເຕີ ແລະ ຕຶກສຳນັກງານ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອໍານວຍການສູນການຄ້າວຽງຈັນເຊັນເຕີ, ທ່ານ ຈະເລີນ ສຸນີຈັນ ຫົວໜ້າພພະແນກສົ່ງເສີມການຕະຫຼາດ ການສົ່ງເສີມການຄ້າ ພ້ອມດ້ວຍ ຄະນະ, ບັນດາ ຜູ້ບໍລິຫານ ບໍລິສັດຕົວແທນຈໍາໜ່າຍພາຫະນະຕ່າງໆ ແລະ ແຂກຖືກເຊີນເຂົ້າຮ່ວມ .

ງານ Vientiane Center Motor Show ເປັນງານປະຈຳປີຂອງ ສູນການຄ້າວຽງຈັນເຊັນເຕີ, ເຊີ່ງປີນີ້ກໍໄດ້ຈັດຂຶ້ນເປັນປີທີ 5 ແລ້ວ. ໂດຍງານດັ່ງກ່າວນີ້ຈັດຂຶ້ນ ເພື່ອວາງສະແດງລົດ, ເພື່ອເປັນການຕອບສະໜອງຄວາມຕ້ອງການໃນການຊົມໃຊ້ໄຫ້ແກ່ລູກຄ້າ, ເຊິ່ງເປັນອີກທາງເລືອກໜຶ່ງ ໃນການຕັດສິນໃຈຊື້ພາຫະນະທີ່ມີຄຸນນະພາບ ແລະ ເໝາະສົມຕາມຄວາມຕ້ອງການ,  ພ້ອມຫຼາກຫຼາຍໂປຣໂມຊັນຈາກບໍລິສັດຕົວແທນຈຳໜ່າຍລົດທີ່ເຂົ້າຮ່ວມກຽມມາ ເພື່ອງານຄັ້ງນີ້ໂດຍສະເພາະ ແລະ ຍັງມີກິດຈະກຳ ເພື່ອສົ່ງເສີມຄວາມສາມາດຂອງເດັກນ້ອຍ ແລະ ເຍົາວະຊົນ ໂດຍພາຍໃຕ້ກິດຈະກຳທີ່ຊື່ວ່າ Kids Talent 2022 ເຊິ່ງແບ່ງອອກເປັນ 2 ລຸ້ນ, ລຸ້ນ 6-11 ປີ ແລະ ລຸ້ນ 12-15 ປີ ທີ່ຈະຈັດຂຶ້ນໃນວັນທີ 10-14 ສິງຫາ 2022 ນີ້.

ງານ Vientiane Center Motor Show 2022 ນີ້ ຈັດຂຶ້ນໃນລະຫວ່າງວັນທີ 06 – 14 ສິງຫາ 2022

GBS infections in adults include urinary tract infection, skin and soft-tissue infection skin and skin structure infection bacteremia, osteomyelitis, meningitis and endocarditis. Overall I really like the blue lights and the compact design of this counter. I was reading through all of these reviews feeling very optimistic about the progress my skin was going to make.
error: Content is protected !!