ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງ​ ບໍ່ແກ້ວ ເອົາໃຈໃສ່ ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງ

ໃນໂອກາດເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມການນຳຫລັກແຫລ່ງແຂວງ​ ບໍ່ແກ້ວ ໃນວັນທີ 4 ສິງຫາ ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອຳນາດການປົກຄອງທຸກໆຂັ້ນຂອງແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງ ແລະ ວາງແຜນການໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ເອົາ ໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມພາຍໃນແຂວງໃຫ້ມີຄວາມສະຫງົບຕໍ່ເນື່ອງ; ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫລຸດນ້ອຍຖອຍລົງ ເປັນຕົ້ນ ການຄຸ້ມຄອງແຮງງານຕ່າງປະເທດ, ວຽກງານສະ ກັດກັ້ນຕ້ານ ການຄ້າມະນຸດ, ການຄ້າຂາຍເຖື່ອນລົບຫລີກພາສີ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳໄວຂຶ້ນ.
ສຳລັບ ໂຄງການກໍ່ ສ້າງສະໜາມບິນສາກົນຢູ່ທີ່ເມືອງຕົ້ນເຜິ້ງ ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນທີ່ສຸດໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ເພື່ອສ້າງໃຫ້ແຂວງບໍ່ແກ້ວກາຍເປັນແຂວງເຊື່ອມຈອດທາງບົກ, ທາງນໍ້າ ແລະ ທາງອາກາດກັບບັນດາປະເທດໃກ້ຄຽງ, ສະນັ້ນ ອໍານາດການປົກຄອງແຂວງ ຕ້ອງໄດ້ເອົາ ໃຈໃສ່ຕິດຕາມຊຸກຍູ້ໂຄງການດັ່ງກ່າວ ໃຫ້ສໍາເລັດຕາມແຜນການທີ່ກຳນົດໄວ້ ແລະ ໄດ້ມາດຕະຖານສາກົນ; ສືບຕໍ່ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໝັ້ນທ່ຽງ, ສູ້ຊົນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນພາຍໃນແຂວງ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າບໍ່ໃຫ້ແຂວງກ້າວສູ່ສະພາບວິກິດ; ເອົາໃຈ ໃສ່ສ້າງເງື່ອນໄຂເພື່ອກະຕຸກຊຸກຍູ້ບັນດາໂຄງການໃຫ້ມີການ ດໍາເນີນວຽກງານ ແລະ ພັດທະນາໂຄງການ ໄປຕາມແຜນການ; ສືບຕໍ່ສົມທົບກັບຜູ້ພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ຜູ້ພັດທະນາເຂດດັ່ງກ່າວກໍໃຫ້ຄວາມຮ່ວມມືໃນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການທີ່ວາງໄວ້, ພ້ອມກັນ ແກ້ໄຂປະກົດການຫຍໍ້ທໍ້ທີ່ສັງຄົມໃຫ້ຄວາມສົນໃຈ ໂດຍສະເພາະການຄຸ້ມຄອງແຮງງານຢູ່ພາຍໃນເຂດ ເພື່ອໃຫ້ແຮງງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ເອົາໃຈໃສ່ຕິດຕາມກວດກາ, ຄຸ້ມຄອງແຮງງານຂອງຜູ້ພັດທະນາ ແລະ ຜູ້ລົງທຶນເພື່ອໃຫ້ສາມາດຕິດຕາມໄດ້, ຖ້າຫາກກວດພົບເຫັນການກະທໍາທີ່ບໍ່ສອດຄ່ອງຕາມລະບຽບກົດໝາຍ ແມ່ນໃຫ້ດຳເນີນການແກ້ໄຂຢ່າງທັນການ ເຊິ່ງຜ່ານມາຍັງເກີດມີປະກົດການຫຍໍ້ທໍ້ ເລື່ອງນີ້ເກີດຂຶ້ນຫລາຍ, ມອບໃຫ້ທຸກພາກສ່ວນກ່ຽວຂ້ອງ ສົມທົບກັນຢ່າງກົມກຽວໃນການແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປ. ນອກນັ້ນ ໃຫ້ເບິ່ງຄືນບັນດານິຕິກໍາທີ່ລັດຖະບານວາງອອກໃນການຄຸ້ມຄອງ, ການແບ່ງຄວາມຮັບຜິດຊອບລະຫວ່າງທ້ອງຖິ່ນ ແລະ ເຂດເສດຖະກິດພິ ເສດ ຖ້າຫາກວ່ານິຕິກໍາສອດຄ່ອງກໍໃຫ້ຮີບຮ້ອນປັບປຸງແກ້ໄຂ ເພື່ອນໍາສະເໜີລັດຖະບານ ພິຈາລະນາປະກາດໃຊ້; ໃຫ້ຄະນະພັກຄະນະນຳເອົາໃຈໃສ່ ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນ ໃຫ້ເປັນເຂດຜະລິດກະສິກຳສະອາດ, ສ້າງໃຫ້ເປັນຈຸດເຊື່ອມຕໍ່-ເຊື່ອມຈອດ ດ້ານການບໍລິການຂົນສົ່ງ ແລະ ການທ່ອງທ່ຽວ ທີ່ມີຄຸນນະພາບ ແລະ ຍືນຍົງ.
ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄໍາ ສືບຕໍ່ເອົາໃຈໃສ່ໃນການພັດທະນາເຂດ ໃຫ້ມີຄວາມຄືບໜ້າຕາມທີ່ໄດ້ກໍານົດໄວ້ໃນສັນຍາ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ເຂດສາມຫລ່ຽມຄໍາກາຍເປັນເຂດໜ້າຢູ່, ໜ້າທ່ອງທ່ຽວ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນບ່ອນສ້າງວຽກເຮັດງານທໍາ, ເປັນຖານເກັບລາຍຮັບທີ່ສໍາຄັນໃຫ້ແກ່ລັດຖະບານ, ໃຫ້ຄະນະສະເພາະກິດ ລົງເຄື່ອນໄຫວແກ້ໄຂວຽກງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ຕາມຂໍ້ຕົກລົງ ສະບັບເລກທີ 1167/ກຜທ, ລົງວັນທີ 22 ກໍລະກົດ 2011, ຈົ່ງສືບຕໍ່ເປັນໃຈກາງປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ແຂວງບໍ່ແກ້ວ, ລວມທັງຜູ້ພັດທະນາ ແລະ ຜູ້ລົງທຶນ ໃນເຂດຮ່ວມມືກັນໃນການແກ້ໄຂບັນຫາຕ່າງໆຕາມ 6 ກຸ່ມວຽກ ໃຫ້ສໍາເລັດໂດຍໄວ ເຊິ່ງລັດຖະບານຈະໄດ້ມີການຊຸກຍູ້ ແລະ ຕິດຕາມການພັດທະນາຢ່າງເປັນປົກກະຕິ; ສະເໜີໃຫ້ອົງການປົກຄອງແຂວງບໍ່ແກ້ວ, ຜູ້ພັດທະນາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງເພີ່ມທະວີໃນການຄຸ້ມຄອງເຂດດັ່ງກ່າວ, ປຶກສາຫາລື ແລະ ວາງແຜນຮ່ວມກັນ ເພື່ອເຊື່ອມໂຍງການພັດທະນາເຂດສາມຫລ່ຽມຄໍາ ໄປຄ່ຽງຄູ່ກັບການພັດທະນາເສດຖະ ກິດ-ສັງຄົມແຂວງບໍ່ແກ້ວ; ປະຕິບັດພັນທະອາກອນເຂົ້າງົບປະມານຂອງລັດ ກໍຄື ແຂວງບໍ່ແກ້ວ ໃຫ້ໄດ້ຕາມແຜນການທີ່ກຳນົດໄວ້ໃນສັນຍາ.
ຂໍ້ມູນ-ພາບ: ເພັດສະຫວັນ

error: Content is protected !!