ລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ຄູ່ຮ່ວມເຈລະຈາ ປຶກສາຫາລືຫຼາຍບັນຫາ

ໃນວັນທີ 4 ສິງຫາ 2022 ທີ່ ພະນົມເປັນ ກໍາປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ – ອົສຕຣາລີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ກອງປະ ຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສ ອາເມຣິກາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຍີ່ ປຸ່ນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສ ເກົາຫຼີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ-ອິນເດຍ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ນິວຊີແລນ, ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ – ສະຫະພາບເອີຣົບ (ອີຢູ), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ການາດາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຣັດເຊຍ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ອັງກິດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 23 ຕາມລໍາດັບ.

ໃນນາມ ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ – ອົສຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົສຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong) ລັດຖະມົນຕີຕ່າງປະເທດອົສຕຣາລີ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງ ອົສຕຣາລີ ເພື່ອຊ່ວຍເຫຼືອອາຊຽນ ມູນຄ່າ 154 ລ້ານໂດ ລາອົສຕຣາລີ ຊຶ່ງລວມມີ: ຂໍ້ລິເລີ່ມອົສຕຣາລີ ເພື່ອອະນາຄົດຂອງອາຊຽນ ມູນຄ່າ 124 ລ້ານໂດລາອົສ ຕຣາລີ, ທຶນການສຶກສາຈຳນວນ 100 ທຶນ ເພື່ອສົ່ງເສີມການສ້າງຜູ້ນຳອາຊຽນໃນ 4 ຂົງເຂດບຸລິມະສິດ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ – ປາຊີຟິກ, ແລະ ຂໍ້ລິເລີ່ມກ່ຽວກັບການສົ່ງເສີມຄວາມສາມາດ ແລະ ການຫັນເປັນດີຈີຕອນໃນອະນາຄົດ. ກອງປະຊຸມ – ອົສຕຣາລີ 2020-2024 ເພື່ອຈັດຕັ້ງ ຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົສຕຣາລີ ທີ່ຖືກຍົກລະດັບໃນທ້າຍປີ 2021.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຈີນ ໄດ້ຮັບຮອງເອົາເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານອາຊຽນ – ຈີນ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະ ສາດ ຮອບດ້ານອາຊຽນ-ຈີນ ທີ່ຖືກຍົກລະດັບໃນທ້າຍປີ 2021. ກອງປະຊຸມໄດ້ຮັບຊາບຂໍ້ສະເໜີຂອງຈີນ ເພື່ອອອກຖະແຫຼງການອາຊຽນ – ຈີນ ວ່າດ້ວຍການສົ່ງເສີມການພັດທະນາຮ່ວມກັນ ແລະ ຖະແຫຼງ ການຮ່ວມອາຊຽນ-ຈີນ ຊຶ່ງມີແຜນຮັບຮອງເອົາ ຢູ່ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 25 ໃນເດືອນພະຈິກ 2022 ນີ້. ໃນໂອກາດນີ້, ກອງປະ ຊຸມຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການ ວ່າດ້ວຍການ ປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (DOC), ລວມທັງການເຈລະຈາຮ່າງ ກົດແຫ່ງການ ປະພຶດໃນທະເລຈີນໃຕ້ ແລະ ໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສ ອາເມຣິກາ ໄດ້ເຫັນດີສືບຕໍ່ເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມືອາຊຽນ – ສ ອາເມຣິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໃນໂອກາດກອງປະຊຸມສຸດຍອດອາຊຽນ – ສ ອາເມຣິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນ ໃນເດືອນພະຈິກ 2022. ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງ ປະຊຸມສຸດຍອດອາຊຽນ – ສ ອາເມຣິກາ ສະໄໝພິເສດ ທີ່ໄດ້ຈັດຂຶ້ນໃນວັນທີ 12-13 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຍີ່ປຸ່ນ ໄດ້ເຫັນດີໃຫ້ເຮັດວຽກຮ່ວມກັນເພື່ອກະກຽມ ໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການພົວພັນອາຊຽນ-ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນທັນວາ 2023 ທີ່ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລວມທັງການສ້າງກິດຈະກໍາ ຕ່າງໆເພື່ອຈັດຕັ້ງຜັນຂະຫຍາຍປີແຫ່ງມິດຕະພາບ ແລະ ການຮ່ວມມືອາຊຽນ-ຍີ່ປຸ່ນ 2023.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສ ເກົາຫຼີ ໄດ້ຊຸກຍູ້ໃຫ້ເລັ່ງລັດການລົງນາມບົດ ບັນທຶກຄວາມເຂົ້າໃຈ ແລະ ການສ້າງຕັ້ງສູນ ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາເລັດໂດຍໄວ ເພື່ອປະກອບສ່ວນສົ່ງເສີມການຮ່ວມມື ໃນຂົງເຂດດັ່ງກ່າວໃຫ້ຫຼາຍຂຶ້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ອິນເດຍ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນ ຂອງກອງປະຊຸມລັດຖະມົນຕີອາຊຽນ – ອິນເດຍ ສະໄໝພິເສດ ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ – ອິນເດຍ ຄົບຮອບ 30 ປີ ແນໃສ່ຮັດແໜ້ນການ ຮ່ວມມືຂຶ້ນສູ່ລະດັບໃໝ່ ໂດຍສະເພາະແມ່ນເພື່ອກ້າວໄປສູ່ການຍົກລະດັບການພົວພັນອາຊຽນ-ອິນເດຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ນອກນັ້ນ, ກອງປະຊຸມ ກໍໄດ້ຢໍ້າຄືນຄວາມສໍາຄັນຂອງການຈັດຕັ້ງ ປະຕິບັດບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ນິວຊີແລນ ໄດ້ຊຸກຍູ້ໃຫ້ສອງຝ່າຍເລັ່ງລັດການ ເຈລະຈາເພື່ອຍົກລະດັບສັນຍາເຂດການຄ້າເສລີອາຊຽນ – ອົສຕຣາລີ – ນິວຊີແລນ ໃຫ້ສໍາເລັດໂດຍໄວ. ນອກນັ້ນ, ນິວຊີແລນ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນການສ້າງຂີດຄວາມສາມາດ ໃຫ້ອາ ຊຽນ ໃນການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ – ອົສຕຣາລີ – ນິວຊີແລນ ລວມທັງການ ສ້າງຂີດ ຄວາມສາມາດໃຫ້ແກ່ນັກເຈລະຈາວຽກງານການຄ້າຂອງອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ອີຢູ ໄດ້ສະແດງຄວາມຍິນດີຕໍ່ການພົວພັນ ຮ່ວມມື ອາຊຽນ – ອີຢູ ຄົບຮອບ 45 ປີ ພ້ອມທັງເຫັນດີໃຫ້ເລັ່ງລັດການກະກຽມ ເພື່ອຈັດກອງປະຊຸມສຸດ ຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 45 ປີ ຊຶ່ງມີແຜນຈັດຂຶ້ນໃນເດືອນທັນວາ 2022 ທີ່ ບຣຸກແຊນ ປະເທດແບນຊິກ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ການາດາ ໄດ້ເຫັນດີຈັດກອງປະຊຸມສຸດຍອດ ສະ ເຫຼີມສະຫຼອງການພົວພັນອາຊຽນ – ການາດາ ຄົບຮອບ 45 ປີ ໃນທ້າຍປີ 2022 ເພື່ອທົບທວນ ການ ຮ່ວມມືໃນໄລຍະຜ່ານມາ ພ້ອມທັງວາງທິດທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ແລະ ເພື່ອຍົກລະ ດັບການພົວພັນອາຊຽນ-ການາດາ ຂຶ້ນສູ່ລະດັບໃໝ່.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຣັດເຊຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ – ຣັດເຊຍ ເພື່ອສະເຫຼີມສະຫຼອງການຮ່ວມມືອາຊຽນ – ຣັດເຊຍ ຄົບຮອບ 30 ປີ ໃນເດືອນຕຸລາ 2021 ທີ່ຜ່ານມາ ພ້ອມທັງຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມດັ່ງກ່າວ ກໍຄືບັນດາກິດຈະກໍາຮ່ວມມືໃນແຜນປະຕິບັດງານໃຫ້ມີປະສິດທິຜົນຫຼາຍ ຂຶ້ນຕື່ມ ລວມທັງການຈັດຕັ້ງຜັນຂະຫຍາຍປີແຫ່ງການຮ່ວມມືອາຊຽນ – ຣັດເຊຍ ດ້ານວິທະຍາສາດ ແລະ ເຕັກນິກ ໃນປີ 2022 ນີິ້.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ອັງກິດ ເປັນກອງປະຊຸມຄັ້ງທຳອິດ ພາຍຫຼັງ ທີ່ອັງກິດໄດ້ຖືກຮັບຮອງເປັນຄູ່ເຈລະຈາຂອງອາຊຽນ ໃນປີ 2021. ກອງປະຊຸມໄດ້ຮັບຮອງເອົາແຜນ ປະຕິບັດງານການຮ່ວມມືອາຊຽນ – ອັງກິດ ໄລຍະ 2022 – 2026 ເພື່ອເປັນພື້ນຖານໃນການສົ່ງເສີມ ການຮ່ວມມືໃນຕໍ່ໜ້າ. ອັງກິດ ໄດ້ໃຫ້ການຊ່ວຍເຫຼືອອາຊຽນໃນການຮັບມືກັບການແຜ່ລະບາດຂອງພະ ຍາດໂຄວິດ – 19 ໂດຍການປະກອບສ່ວນ 1 ລ້ານປອນ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະ ຍາດໂຄວິດ-19 ແລະ 4,8 ລ້ານປອນ ໃຫ້ແກ່ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 23 ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືໃນຂອບອາຊຽນບວກສາມ ໃນໄລຍະ 25 ປີ ທີ່ຜ່ານມາ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບອາຊຽນບວກສາມ ໃນການເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ຕ່າງໆເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ການຂາດແຄນດ້ານສະບຽງອາຫານ ແລະ ອື່ນໆ. ກອງປະຊຸມໄດ້ຮັບຮອງເອົາແຜນວຽກການຮ່ວມມື ສໍາລັບໄລຍະ 2023-2027 ເພື່ອເສີມຂະ ຫຍາຍການຮ່ວມມືໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ.

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ລັດຖະມົນ ຕີຕ່າງ ປະເທດອົສຕຣາລີ, ລັດຖະມົນຕີຊີ້ນຳວຽກງານອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະ ເທດອັງກິດ ແລະ ລັດຖະມົນຕີຕ່າງປະເທດຣັດເຊຍຕື່ມອີກ.

ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!