ລົດບັນທຸກຫີນກາວຕິດໝ໋ອກ ຕຳປະສານກັບ​ ລົດເມ 45 ບ່ອນນັ່ງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ​ ບາດເຈັບຈຳນວນຫຼາຍ

ອຸບັດຕິເຫດລົດບັນທຸກຫີນ ກາວຕິດໝ໋ອກ ໝາຍເລກທະບຽນ ບຂ 9484 ກຳແພງນະຄອນ ແລະ ເລກທະບຽນໝ໋ອກ ບກ 2487 ສະຫວັນນະເຂດ, ເຊິ່ງຂັບຂີ່ໂດຍ ທ້າວ ລຸ້ງນິລັນ (ແອັ້ງ) ອາຍຸ 46 ປີ, ຕຳກັບລົດເມທ່ອງທ່ຽວ 45 ບ່ອນນັ່ງ, ໝາຍເລກທະບຽນ ບກ 1499 ສະຫວັນນະເຂດ, ເຊິ່ງຂັບຂີ່ໂດຍທ້າວ ບຸນເກີດ ກ້ານ ເກດ (ຫຼິກ) ອາຍຸ 30 ປີ, ເຮັດ ໃຫ້ມີຜູ້ເສຍຊີວິດ ແລະບາດເຈັບ ຫຼາຍສົມຄວນ, ເຊິ່ງອຸປະຕິເຫດ ຄັ້ງນີ້ ໄດ້ເກີດຂຶ້ນໃນເວລາ 19:15 ໂມງ, ຂອງວັນທີ 31 ກໍລະກົດ 2022 ຢູ່ທີ່ຖະໜົນເລກ 9 ເຂດ ບ້ານ ຫຼຽນໄຊ, ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ.

ທ່ານ ພັນໂທ ແສງດາວ ໄຊໂກສີ ຮັກສາການຫົວໜ້າພະ ແນກຈະລາຈອນ ແຂວງສະຫວັນ ນະເຂດ ໄດ້ລາຍງານໃຫ້ຮູ້ວ່າ: ສຳ ລັບອຸບັດຕິເຫດຄັ້ງນີ້ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດທັງໝົດ 6 ຄົນ, ໃນ ນັ້ນ ຄົນລາວ 2 ຄົນ (ທ້າວ ບຸນເກີດ ກ້ານເກດ (ຫຼິກ) ອາຍຸ 30 ປີ, ສຸເຟີລົດ ແລະນາງ ຄຳສະຫວັນ ພະສະຫວັດ ອາຍຸ 38 ປີ, ພະນັກ ງານນຳທ່ຽວ ບໍລິສັດດາວວຽງ, ຄົນຫວຽດນາມ 1 ຄົນ (ນາງ ເລທິມິເຮືອງ ອາຍຸ 35 ປີ, ພະນັກ ງານນຳທ່ຽວຫວຽດນາມ) ແລະ ຄົນໄທ 3 ຄົນ (ນາງ ພະນິດາ ເຮົ້າປະມົງ ອາຍຸ 26 ປີ, ທ້າວ ມົງຄົນ ນາສົມປອງ, ນາງ ວິໄລ ພອນ ສຸລະພົນ). ຈາກນັ້ນກໍ່ມີຜູ້ ໄດ້ຮັບບາດເຈັບ 18 ຄົນ,ໃນນັ້ນ, ບາດເຈັບເລັກນ້ອຍ 9 ຄົນ, ບາດ ເຈັບສົມຄວນ 5 ຄົນ ແລະບາດ ເຈັບສາຫັດ 4 ຄົນ, ເຊິ່ງເປັນນັກ ທ່ຽວຈາກປະເທດໄທທີ່ກັບມາ ແຕ່ທ່ອງທ່ຽວຈາກ ສສ ຫວຽດ ນາມ.

ທ່ານ ພັນໂທ ແສງດາວ ໄຊໂກສີ ຍັງໄດ້ແຈ້ງໃຫ້ຮູ້ຕື່ມອີກ ວ່າ: ສາເຫດທີ່ພາໃຫ້ເກີດອຸບັດຕິ ເຫດຄັ້ງນີ້ຍ້ອນລົດບັນທຸກຫີນ ກາວຄັນດັ່ງກ່າວທີ່ເດີນທາງມຸ່ງ ໜ້າຈະໄປສົ່ງຫີນກາວຢູ່ ສສ ຫວຽດນາມ, ແຕ່ພໍຮອດຈຸດເກີດ ເຫດສະພາບຫົນທາງເປັນຂຸມ ໃຫຍ່, ເລີຍຫຼີກຂຸມຂ້າມເສັ້ນແບ່ງ ທາງ ແຕ່ຫົວລົດໄດ້ລ້ຽວເຂົ້າເລນປົກກະຕິແລ້ວ, ສ່ວນໝ໋ອກທີ່ຕິດມາ ຍັງລ້ຽວເຂົ້າບໍ່ຫວິດພໍດີລົດເມ ທີ່ບັນທຸກນັກທ່ອງທ່ຽວສວນມາ ຕຳເອົາໝ໋ອກເຕັມໆເຮັດໃຫ້ດ້ານ ໜ້າຂອງລົດເມຍຸບເຂົ້າ ເປັນເຫດ ໃຫ້ຄົນຂັບລົດ, ພະນັກງານນຳ ທ່ຽວ ແລະນັກທ່ອງທ່ຽວຜູ້ທີ່ຢູ່ ແຖວໜ້າ ເສຍຊີວິດຄາທີ່, ສ່ວນຜູ້ ໂດຍສານທີ່ນັ່ງແຖວຖັດໄປກໍ່ໄດ້ ຮັບບາດເຈັບ.

ດັ່ງນັ້ນທາງພະແນກຈະລາ ຈອນແຂວງສະຫວັນນະເຂດ ຈຶ່ງ ຮຽກຮ້ອງມາຍັງນັກຂັບຂີ່ທັງ ຫຼາຍ, ຈົ່ງພ້ອມກັນປະຕິບັດກົດລະ ບຽບຈະລາຈອນຢ່າງເຄັ່ງຄັດ, ຂັບຂີ່ດ້ວຍຄວາມບໍ່ປະໝາດ, ມີສະຕິ, ເຄົາລົບເຊິ່ງກັນແລະກັນ ເພື່ອພ້ອມກັນຫຼີກລ້ຽງການເກີດອຸປະຕິເຫດ ບົນທ້ອງຖະໜົນຫຼວງ, ຫຼີກລ້ຽງການສູນເສຍທັງຊີວິດ ແລະຊັບສິນອີກດ້ວຍ.

ຂ່າວ-ພາບ: ສະຫວັນພັດທະນາຂ່າວ

error: Content is protected !!