ສານປະຊາຊົນ ແຂວງ ວຽງຈັນ ຕັດສິນຄະດີຜູ້ຖືກຫາຄ້າ-ຂາຍຢາເສບຕິດ 13 ຄົນ

ໃນວັນທີ 28 ກໍລະກົດ 2022 ຜ່ານມານີ້, ສານປະຊາຊົນ ແຂວງ ວຽງຈັນ ໄດ້ນໍາເອົາຄະດີຢາເສບຕິດ ຈໍານວນຫຼາຍເລື່ອງຂຶ້ນມາພິຈາລະນາຕັດສິນຄະດີ, ເຊິ່ງລວມມີຜູ້ຖືກຫາທີ່ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງປະເພດຢາບ້າ ຈໍານວນ 13 ຄົນ. ບັນດາຜູ້ຖືກຫງທີ່ສານປະຊາຊົນ ແຂວງວຽງຈັນ ນໍາມາພິຈາລະນາ ຕັດສິນປະກອບມີ ຄື:

1. ທ້າວ ດອນ ອາຍຸ 32 ປີ, ຢູ່ບ້ານ ວຽງສະໄຫມ, 2. ທ້າວ ສຸລິວັນ ອາຍຸ 29 ປີຢູ່ບ້ານ ນໍ້າເປາະ, 3. ທ້າວ ອົ້ນ ອາຍຸ 21 ປີ ຢູ່ບ້ານ ພູດິນແດງ ທັງ 3 ຢູ່ເມືອງ ວັງວຽງ ແຂວງ ວຽງຈັນ ຖືກກັກຕົວ ໃນ ວັນທີ 22 ມິຖນາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 527 ເມັດ; ດັ່ງນັ້ນ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ດອນ ແລະ ທ້າວ ອົ້ນ ຈໍາເລີຍ ທັງ 2 ຜູ້ລະ 5 ປີ ປັບໃຫມຜູ້ລະ 10,000,000 ກີບ, ສ່ວນ ທ້າວ ສຸລິ ວັນຕັດ ອິດສະຫຼະພາບ 5 ປີ 6 ເດືອນ ປັບໃຫມ 12,000,000 ກີບ. 4. ທ້າວ ຈ່ອຍ ອາຍຸ 32 ປີ ຢູ່ບ້ານໂນນຫີນແຮ່ ເມືອງ ເຟືອງ, ແຂວງ ວຽງຈັນ, 5. ທ້າວ ຕຸ້ນ ອາຍຸ 21 ປີ ຢູ່ບ້ານໂພນສະຫວາດເມືອງເຟືອງ ແຂວງວຽງຈັນ, 6. ທ້າວ ສືວ່າງ ອາຍຸ 20 ປີ ຢູ່ບ້ານນ້ໍາແຝດ ເມືອງຫມື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 24 ແລະ 27 ພຶດສະພາ 2021ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດຂອງກາງປະເພດຢາບ້າ 3.299 ເມັດ; ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວຈ່ອຍ (ຈໍາເລີຍ 1) ທ້າວ ສຶວ່າງ ່ (ຈໍາເລີຍ 2) ຜູ້ລະ 10 ປີ ປັບໃຫມຜູ້ລະ 100,000,000 ກີບ ແລະ ຕັດອິດສະຫຼະພາບ ທ້າວ ຕຸ້ນ (ຈໍາເລີຍ 3) 5 ປີ ປັບໃຫມ 10,000,000 ກີບ, 7. ທ້າວ ບົວລະພາ ອາຍຸ 27 ປີ ຢູ່ບ້ານ ໂພນສົມບຸນ ເມືອງ ໂພນໂຮງ ແຂວງ ວຽງຈັນ, 8. ທ້າວ ວິກີ ອາຍຸ 27 ປີ ຢູ່ບ້ານ ນາເລົາ, ເມືອງ ໂພນໂຮງ , ແຂວງ ວຽງຈັນ ຖືກກັກຕົວໃນວັນທີ 27 ມັງກອນ 2011 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບ ຕິດ ປະເພດຢາບ້າ ຈໍານວນ 435 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍທັງ 2 ຜູ້ລະ 6 ປີ, ປັບໃຫມຜູ້ລະ 28,000,000 ກີບ,

9. ທ້າວ ທີ່ ອາຍຸ 35 ປີ ຢູ່ບ້ານ ໂພນໄຊ, ເມືອງ ເຟືອງ, ແຂວງ ວຽງຈັນ ຖືກກັກຕົວໃນວັນທີ 19 ພຶດ ສະພາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຈໍານວນ 154 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງ ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ, ປັບໃຫມ 10,000,000 ກີບ,

10. ທ້າວ ພູເງິນ ອາຍຸ 20 ປີ ຢູ່ ບ້ານບຸງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 8 ມັງກອນ 2020, ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 57 ເມັດ ສານປະຊາຊົນແຂວງ ວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ, ປັບໃຫມ 10,000,000 ກີບ,

11. ທ້າວ ກ້ອງເມັ່ງວໍ ອາຍຸ 24 ປີ ຢູ່ບ້ານໂພນງາມ ເມືອງຫມື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 12 ສິງຫາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 1,000 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 8 ປີ, ປັບໃຫມ 64,.000,000 ກີບ.

12. ທ້າວ ບຸນສົມຊຶ່ງ ອາຍຸ 35 ປີ ຢູ່ບ້ານສົມສະຫນຸກ ເມືອງ ຫີນເຫີບ ແຂວງ ວຽງຈັນ ຖືກກັກຕົວໃນ ວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ປະເພດຢາບ້າ ຈໍານວນ 45 ເມັດ, ສານ ປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ ປັບໃຫມ 10,000,000 ກີບ.

13. ທ້າວ ຢົວເຍ້ວ່າງ ອາຍຸ 65 ປີ ຢູ່ບ້ານ ນໍ້າປຸ່ງ ເມືອງ ເຟືອງ ແຂວງ ວຽງຈັນ ຖືກກັກຕົວໃນຄັ້ງວັນທີ 13 ກໍລະກົດ 2021, ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຈໍານວນ 192 ເມັດ ສານປະຊາຊົນແຂວງ ວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 4 ປີ, ປັບ ໃຫມ່ 8,000,000 ກີບ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

error: Content is protected !!