ທ່ານ ປະທານປະເທດ ຢ້ຽມຢາມໂຮງງານແປ້ງມັນຕົ້ນ ແລະ ປຸຍຊີວະພາບ ເມືອງ ປາກລາຍ

ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງປາກລາຍ, ແຂວງ ໄຊຍະບູລີ ໃນວັນທີ 3 ສິງຫາ 2022 ນີ້, ໄດ້ເຂົ້າຢ້ຽມຢາມໂຮງງານຜະລິດ ແປ້ງມັນຕົ້ນ ຂອງບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ເຊິ່ງໂຮງງານແຫ່ງນີ້ປະກອບມີເຄື່ອງຈັກ 3 ຊຸດ, ສາມາດຮອງຮັບຜົນຜະ ລິດໄດ້ 1,800-2,000 ໂຕນຕໍ່ວັນ, ມີວິຊາການ ແລະ ກຳມະກອນທັງໝົດ 400 ກ່ວາຄົນ, ຄົນລາວ 345 ຄົນ, ຍິງ 135 ຄົນ, ຄົນຈີນ 55 ຄົນ, ຍິງ 5 ຄົນ.

ທ່ານ ໂມ່ສ່ຽນຊຽງ ຜູ້ຈັດການ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ລາຍງານໃຫ້ຊາບວ່າ: ມາຮອດປັດຈຸບັນ ບໍລິສັດ ໄດ້ກໍານົດອັດຕາຄ່າງຈ້າງງານເປັນເດືອນ, ພ້ອມທັງມີນະໂຍບາຍຕໍ່ຜູ້ທີ່ເຮັດວຽກດີເດັ່ນ, ມີເງິນອຸດໜູນທ້າຍປີ, ມີເງິນອາຍຸການເຮັດວຽກ ແລະ ມີນະໂຍບາຍເວລາເຈັບເປັນ, ລວມທັງການພັກເຊົາຟີ, ເງິນເດືອນຕ່ຳສຸດ 2.500.000-4.500.000 ກີບ/ຄົນ/ເດືອນ ເຊິ່ງສ້າງວຽກເຮັດງານທໍາໃຫ້ຊາວກະສິກອນ, ຜູ້ປະກອບການ ແລະ ແຮງງານຢູ່ຂັ້ນທ້ອງຖິ່ນນັບມື້ຫລາຍຂຶ້ນ. ພ້ອມດຽວກັນ ທາງໂຮງງານ ຍັງໄດ້ຊອກບໍລິສັດມາລົງທຶນສ້າງຕັ້ງໂຮງງານປຸຍຊີວະພາບຂຶ້ນ ໂດຍນໍາເອົາກາກ ແລະ ຂີ້ມັນ ຕົ້ນເປັນວັດຖຸຫລັກໃນການປຸງແຕ່ງປຸຍຊີວະພາບ ເຊິ່ງສາມາດຜະລິດໄດ້ 108 ໂຕນຕໍ່ວັນ, ໄດ້ຈໍາໜ່າຍຢູ່ພາຍໃນປະເທດລາວ ເພື່ອໃຫ້ປະຊາຊົນໄປນໍາໃຊ້ເຂົ້າໃນການປູກພືດກະສິກຳ; ນອກຈາກນັ້ນທາງໂຮງ ງານ ໄດ້ສ້າງອ່າງບົ່ມແກັສ ຈາກນ້ຳລ້າງມັນຕົ້ນ ຈຳນວນ 3 ອ່າງ, ຂະໜາດບັນຈຸ 160.000 ແມັດກ້ອນ ເພື່ອຜະລິດແກັສທົດແທນການນໍາໃຊ້ຖ່ານຫີນ ເຂົ້າໃນການອົບແປ້ງມັນ ຕົ້ນ.

ຈາກນັ້ນ, ທ່ານ ປະທານປະເທດ ກໍໄດ້ເຂົ້າຢ້ຽມຢາມໂຮງງານຜະລິດປຸຍຊີວະພາບ ຂອງບໍລິສັດ ປຸຍຊີວະພາບ ລາວ-ຈີນ ເຊິ່ງທັງ 2 ໂຮງງານແມ່ນຕັ້ງຢູ່ ບ້ານນໍ້າຊົ້ງ ເມືອງປາກລາຍ ໂດຍໃຫ້ການຕ້ອນ ຮັບ ຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູ, ມີການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ພະນັງງານທັງ 2 ໂຮງງານເຂົ້າຮ່ວມ.

ຂ່າວ-ພາບ: ອຸ່ນເຮືອນ

error: Content is protected !!