ກອງປະຊຸມປັນຍາປະດິດໂລກ 2022 ຈະຈັດຂຶ້ນຢູ່ ນະຄອນ ຊຽງໄຮ

ຕາມ​ຂ່າວ​ຈາກ CRI, ກອງປະຊຸມ ປັນຍາ ປະດິດໂລກ 2022 ແລະ ງານ ນໍາສະເໜີຄູ່ຮ່ວມມື ຂອງກອງປະຊຸມ ດັ່ງກ່າວ ໄດ້ຈັດຂຶ້ນຢູ່ ນະຄອນ ຊຽງໄຮ ປະເທດ ຈີນ ​ໃນລະຫວ່າງ ວັນທີ 1 ຫາ 3 ກັນຍາ ປີນີ້.

ສໍາລັບກອງປະຊຸມ ປັນຍາ ປະດິດໂລກ 2022 ແມ່ນຈັດຂຶ້ນ ໂດຍຄະນະ ກໍາມະການ ການພັດທະນາ ແລະ ການປະຕິຮູບ ແຫ່ງຊາດຈີນ, ກະຊວງ ອຸດສາຫະກຳ ແລະ ເຕັກໂນ ໂລຊີ ຂໍ້ມູນ ຂ່າວສານຈີນ, ອົງການ ປົກຄອງ ນະຄອນຊຽງໄຮ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມປັນຍາປະດິດໂລກຄັ້ງນີ້ ຈະສະແດງໃຫ້ເຫັນເຖິງແນວຄວາມຄິດໃໝ່, ການພັດທະນາໃໝ່ ແລະ ຜົນສຳ ເລັດໃໝ່ໃນດ້ານເສດຖະກິດ ດິຈິຕອລ ໂດຍຈະຈັດເວທີປຶກສາຫາລື ເກືອບ 100 ຄັ້ງ ກ່ຽວກັບ 30 ກວ່າຫົວຂໍ້ວິຊາການທີ່ກວມເອົາ 4 ຂົງເຂດໃຫຍ່ຄື: ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ການນຳໃຊ້ຕົວຈິງຂອງອຸດສາຫະກຳ, ການຄຸ້ມຄອງດ້ວຍກົດໝາຍ ແລະ ການກໍ່ສ້າງດ້ານນິເວດ. ວິສາຫະກິດຫລາຍກວ່າ 150 ແຫ່ງຈະເຂົ້າຮ່ວມ ການວາງສະແດງຂອງງານດັ່ງກ່າວ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!