ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55

ກອງປະຊຸມລັດຖະມົນຕີຕ່າງປະເທດ​ ອາຊຽນ ຄັ້ງທີ 55 ພາຍໃຕ້ຄໍາຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ສິງຫາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.
ພາຍຫລັງສຳເລັດພິທີໄຂກອງປະຊຸມຢ່າງເປັນທາງການ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 55 ກໍໄດ້ມີຂຶ້ນ ໂດຍການເປັນປະທານຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງປະເທດ​ ອາຊຽນ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ​ ອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍຕ່າງໆຮ່ວມກັນ ແລະ ສືບຕໍ່ຮັກສາທ່ວງທ່າຂອງການສ້າງປະຊາຄົມ​ ອາຊຽນ.

ພ້ອມດຽວກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ກໍໄດ້ປຶກສາຫາລື ແລະ ເຫັນດີເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ເຈລະຈາອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກການຮ່ວມມືທີ່​ ອາຊຽນ​ ສ້າງຂຶ້ນ, ລວມທັງການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມຜັນແປໄປ.

ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການສ້າງປະຊາຄົມອາຊຽນ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດສໍາລັບການເປັນປະທານອາຊຽນຂອງກໍາປູເຈຍ ໃນປີ 2022 ແລະ ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025. ອັນສໍາຄັນ, ກອງປະຊຸມໄດ້ເຫັນດີຮັດແໜ້ນການຮ່ວມມືໃນການຮັບມືກັບພະຍາດໂຄວິດ-19 ແລະ ການຟື້ນຟູພາກພື້ນຢ່າງຮອບດ້ານຫລັງໂຄວິດ-19 ກໍຄື ການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ. ນອກຈາກນີ້, ກອງປະຊຸມ ຍັງໄດ້ແລກ ປ່ຽນຄໍາຄິດເຫັນກ່ຽວກັບ ນຫາພາກພື້ນ ແລະ ສາກົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ຮ່ວມກັບບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິ ການໃຫຍ່ອາຊຽນ ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ອີກດ້ວຍ.

ໃນຕອນແລງວັນທີ 2 ສິງຫາ 2022 ຜ່ານມາ, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປ ະເທດ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊິນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືກັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນ.
ໃນວັນທີ 3 ສິງຫາ 2022, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ພົບປະສອງຝ່າຍກັບ ບັນດາປະເທດເພື່ອນມິດ ເປັນຕົ້ນ ພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ; ພົບປະສອງຝ່າຍກັບ ທ່ານ ນາງ ນານາຍຢາ ມາຫຸຕາ (Nanaia MAHUTA), ລັດຖະມົນຕີຕ່າງປະເທດ ແຫ່ງ ປະເທດ ນິວຊີແລນ ແລະ ພົບປະສອງຝ່າຍກັບ ທ່ານ ເມັບວ໌ລຸດ ຊາວຸໂຊລູ (Mevlut Cavusoglu), ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ຕຸລາເກຍ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນ ແລະ ຮ່ວມມືຂອງສອງຝ່າຍ.

error: Content is protected !!