ຫຼວງພະບາງ ເລັ່ງແກ້ໄຂຫາງສຽງສັງຄົມການຂາຍເຂົ້າໃສ່ບາດ

ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວຢູ່ ນະຄອນ-ຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາອົງການປົກຄອງນະຄອນ-ຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຮັດກຸມ ຊຶ່ງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນຮັບຜິດຊອບຢ່າງລະອຽດ ເພື່ອຮັບປະກັນບໍ່ໃຫ້ເກີດຫາງສຽງທີ່ບໍ່ດີຕາມມາ ທັງສ້າງແຮງຈູງໃຈໃຫ້ກັບນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂຶ້ນ.

ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ-ຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ສືບທອດກັນມາຫຼາຍເຊັ່ນຄົນ. ກິດຈະກຳການໃສ່ບາດຍາມເຊົ້າໄດ້ກາຍເປັນສິ່ງດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ເຂົ້າຮ່ວມກິດຈະກຳການໃສ່ບາດຫຼາຍຂຶ້ນ, ໃນໄລຍະລັດຖະບານເປີດປະເທດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ສັງເກດເຫັນວ່ານັກທ່ອງທ່ຽວຈາກປະເທດເພື່ອນບ້ານ ໂດຍສະເພາະນັກທ່ອງທ່ຽວໄທໄດ້ເຂົ້າມາທ່ອງທ່ຽວຫຼວງພະບາງຫຼາຍຂຶ້ນ ແລະ ໄດ້ມີຫາງສຽງຈົ່ມວ່າກ່ຽວກັບປະກົດການຫຍໍ້ທໍ້ເວລາທີ່ໄດ້ຮ່ວມກິດຈະກຳເຮັດບຸນໃສ່ບາດ.

ທ່ານຮອງເຈົ້ານະຄອນ-ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຕໍ່ບັນຫາທີ່ເກີດຂຶ້ນອົງການປົກຄອງ ນະຄອນ-ຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເລັ່ງແກ້ໄຂບັນຫາໂດຍດ່ວນ ທັງໄດ້ອອກລະບຽບການຄືນໃໝ່ ເພື່ອໃຫ້ຮັດກຸມຂຶ້ນກວ່າເກົ່າ. ໂອກາດນີ້ທ່ານໄດ້ຮຽກຮ້ອງໃຫ້ຜູ້ປະກອບການຈົ່ງເອົາໃຈໃສ່ປະຕິບັດລະບຽບໃຫ້ເຂັ້ມງວດ ສຳລັບພະນັກງານນຳທ່ຽວຕ້ອງເປັນເຈົ້າການແນະນຳ ແລະ ອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເພື່ອບໍ່ໃຫ້ເກີດບັນຫາປະກາດການຫຍໍ້ທໍ້ກ່ຽວກັບການຂາຍເຂົ້າໃສ່ບາດຂຶ້ນອີກ.

ສຳລັບກົດລະບຽບວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການຂາຍເຄື່ອງໃສ່ບາດທີ່ໄດ້ປັບປຸງໃໝ່ ແມ່ນປ່ຽນແທນສະບັບທີ່ໄດ້ອອກໃນປີ 2019 ໂດຍລະບຸແຈ້ງຕື່ມກ່ຽວກັບການບໍລິການ ແລະ ການໃຫ້ບໍລິການຂາຍເຄື່ອງໃສ່ບາດ, ການສັນຈອນຕາມເສັ້ນທາງໄລຍະການໃສ່ບາດ ທັງໄດ້ລະບຸແຈ້ງກ່ຽວກັບຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ ເພື່ອເຮັດໃຫ້ການບໍລິການຂາຍເຄື່ອງໃສ່ບາດ ແລະ ການເຮັດບຸນໃສ່ບາດຢູ່ນະ ຄອນ-ຫຼວງພະບາງ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍ.
ຂ່າວ-ພາບ: ຫຼວງພະບາງ

Most important of these were Dnyaneshwar, Eknath and Ramdas. Violating this law first time will entail administrative sanctions, not criminal persecution and imprisonment as it was before. Charon has, however, made contact with four immune individuals who have managed to survive.
error: Content is protected !!