ຫຼວງພະບາງ ຈະສ້າງຕັ້ງສູນບົ່ງມະຕິພະຍາດ-ປິ່ນປົວສາກົນ 30 ຕຽງ ແລະ ຕຶກພັກຟື້ນ 50 ຕຽງ

ເພື່ອຕອບສະໜອງການບໍລິການປິ່ນປົວຄົນເຈັບ ຢູ່ແຂວງ ຫຼວງພະບາງ, ບໍລິສັດ ໄຊມັງກອນ ການຢາ ຈໍາກັດຜູ້ດຽວ ຈະລົງທຶນສ້າງຕັ້ງສູນບົ່ງມະຕິພະຍາດ-ປິ່ນປົວສາກົນ 30 ຕຽງ ແລະ ຕຶກພັກຟື້ນ 50 ຕຽງ ໂດຍໄດ້ສໍາປະທານທີ່ດິນຂອງລັດ ເປັນເວລາ 35 ປີ ໃນເນື້ຶອທີ່ 8,055 ຕາແມັດ ລວມມີ ຂອບເຂດຂອງໂຮງໝໍແຂວງ 2.348 ຕາແມັດ ແລະ ຂອບເຂດວິທະຍາໄລວິທະຍາສາດສຸຂະພາບ 5,617 ຕາແມັດ ຕັ້ງຢູ່ບ້ານພູໝອກ ນະຄອນ-ຫຼວງພະບາງ ມູນຄ່າການລົງທຶນ 8 ລ້ານໂດລາ, ໂດຍປະຕິບັດຕາມລະບຽບ ແລະ ກົດໝາຍການລົງທຶນຂອງ ສປປລ. ສຳລັບອົງປະກອບຫຼັກການປິ່ນປົວມີ ການກວດ MRI ຫຼື ການຊ່ອງລະບົບໄຟຟ້າ, ປິ່ນປົວສະໝອງ-ເສັ້ນປະສາດ, ຜ່າຕັດຜ່ານທໍ່, ຍິງໜິ້ວ ແລະ ປິ່ນປົວພະຍາດມະເຮັງ, ລວມມີຂະແໜງພາຍນອກ, ພາຍໃນ, ສຸກເສີນ, ປະສູດ-ພະຍາດຍິງ, ຂະແໜງເດັກ, ຫູ, ຕາ, ດັງ, ຄໍ ແລະ ແຂ້ວ, ຂະ ແໜງຮູບພາບລັງສີ ແລະ ຂະແໜງຜີວໜັງ, ໂດຍຈະເລີ່ມລົງມືກໍ່ສ້າງໃນທ້າຍເດືອນຕຸລາ ປີ 2022 ນີ້. ພາຍຫຼັງກໍ່ສ້າງສຳເລັດ ຈະເປັນສະຖານທີ່ສະໜັບສະໜູນ ການສ້າງບຸກຄະລາກອນ ໃຫ້ແກ່ພາກລັດ, ລວມທັງການຮຽນ-ການສອນ ສຳລັບນັກສຶກສາຝຶກງານ, ພ້ອມທັງຖ່າຍທອດ ແລະ ແລກປ່ຽນ ເຕັກນິກວິຊາການໃຫ້ກັບໂຮງໝໍແຂວງ ໃນການນຳໃຊ້ເຄື່ອງມືທີ່ທັນສະໄໝ.

ພິທີລົງນາມເຊັນສັນຍາສ້າງຕັ້ງສູນດັ່ງກ່າວ, ໄດ້ຈັດຂັ້ນໃນອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ, ໃຫ້ກຽດລົງນາມໂດຍ ທ່ານ ຈິນດາວົງ ໂພສີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ຕາງໜ້າອົງການປົກຄອງແຂວງ ແລະ ທ່ານ ນາງ ແສງວອນ ຖັງ ປະທານ ບໍລິສັດ ໄຊມັງກອນ ຈໍາກັດຜູ້ດຽວ, ມີເຈົ້ານະຄອນ-ຫຼວງພະບາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

(ຂ່າວ-ພາບ: ຫຼວງພະບາງ)

error: Content is protected !!