ໂທດຂອງຢາເສບຕິດ ອອກລິດແລ້ວອາລະວາດ ຈູດເຮືອນຕົນເອງ

ທ້າວ ລາວຈື ອາຍຸ 28 ປິ ຫວ່າງງານ ຢູ່ບ້ານ ໄຜ່ລ້ອມ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມໂຄກສີວິໄລ ຈັບຕົວ ວັນທີ 27 ກໍລະ ກົດ 2022, ຍ້ອນຜູ້ກ່ຽວເມົາຢາບ້າຫຼາຍ ແລ້ວກໍ່ເຫດອາລະວາດຈູດເຮືອນຕົນເອງ. ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າຄວບຄຸມເຫດການດັ່ງກ່າວໄດ້ຢ່າງທັນການ ແລະ ກວດຄົ້ນພົບເຫັນຢາບ້າ 736 ເມັດ.

ພັຕ ລີວັນ ສັງສັກສິດ ວິຊາການ ປກສ ກຸ່ມໂຄກສີວິໄລ ໃຫ້ຮູ້ວ່າ: ເວລາ 10: 30 ໂມງ, ເຈົ້າໜ້າທີ່ ໄດ້ຮັບແຈ້ງຈາກພົນລະເມືອງວ່າ: ທ້າວ ລາວຈື ເມົາຢາບ້າຢ່າງຮຸນແຮງ ແລ້ວເກີດອາລະວາດທຸບເຮືອນ ແລະ ໃຊ້ໄຟຈູດເຮືອນຕົນ ເອງ. ແຕ່ເຈົ້າໜ້າທີ່ ເຂົ້າລະງັບເຫດການໄດ້ທັນ ເຮັດໃຫ້ສາມາດຄວບຄຸມໄຟເອົາໄວ້ໄດ້.

ຜ່ານການສອບຖາມເບື້ອງຕົ້ນ, ທ້າວ ລາວຈື ໃຫ້ການຮັບສາລະພາບວ່າ: ຕົ້ນປີ 2017, ໄດ້ສ້າງຄອບຄົວກັບ ນາງ ຈາລີ ບ້ານໜອງສອງຫ້ອງ ເມືອງໄຊທານີ ນວ ແລ້ວໄດ້ຊື້ເຮືອນຢູ່ບ້ານໄຜ່ລ້ອມ ແລະ ປີ 2018, ພາຍຫຼັງໄດ້ຢ່າ ຮ້າງກັບຜູ້ເປັນເມຍ. ຜູ້ກ່ຽວ ກໍໄດ້ກັບຄືນໄປອາໄສຢູ່ບ້ານເກີດບ້ານດອນທາດ ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ. ຕົກມາຮອດເດືອນກຸມພາ 2022, ໄດ້ກັບຄືນມາຢູ່ບ້ານໄຜ່ລ້ອມ ເມືອງ ໄຊທານີ ຄືນໃໝ່ ແລະ ເດືອນພຶດສະພາ 2022, ໄດ້ເລີ່ມເສບຢາບ້າ ສ່ວນຢາບ້າທີ່ນໍາມາເສບແຕ່ລະຄັ້ງແມ່ນໝູ່ເອົາມາແຕ່ແຂວງ ບໍ່ແກ້ວ ເອົາມາປັນໃຫ້ເສບ ແລະ ຢາບ້າຈຳນວນ 736 ເມັດ ທີ່ເຈົ້າໜ້າທີ່ກວດພົນນັ້ນເປັນຂອງຜູ້ກ່ຽວ.

ປັດຈຸບັນ, ປກສ ກຸ່ມໂຄກສີວິໄລ ໄດ້ສົ່ງມອບຕົວຜູ້ກ່ຽວໃຫ້ກອງບັນຊາການ ປກສ ເມືອງ ໄຊທານີ ສືບຕໍ່ເປີດກວ້າງຂະຫາຍຜົນ.

ຂໍ້ມູນ: ຄວາມສະຫງົບ

error: Content is protected !!