
ສະຫວັນນະເຂດ ອອກແຈ້ງການ ຫ້າມຈຳໜ່າຍ ພືດກະທ່ອມ ປະເພດໃບສົດ, ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ປຸງແຕ່ງຈາກພືດໃບກະທ່ອມ ຍ້ອນບໍ່ສອດຄ່ອງກັບ ກົດໝາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າພືດດັ່ງກ່າວ ເປັນພືດທີ່ຜິດກົດໝາຍຂອງ ສປປ ລາວ ເກືອດຫ້າມບໍ່ອະນຸຍາດໃຫ້ ປຸກປຸງແຕ່ງ, ຜະລິດຊື້-ຂາຍ, ຈຳໜ່າຍ, ຄອບຄອງເກັບຮັກສາ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

