ໃນລະຫວ່າງວັນທີ 21-22 ເມສາ 2022 ໃນເວລາກາງຄືນ ໄດ້ມີຄົນຮ້າຍບໍ່ຊາບຊື່ ແລະ ຈຳນວນມາລັກຂ້າຄວາຍຂອງປະຊາຊົນ ຈຳນວນ 1 ໂຕ ຢູ່ ບ້ານ ສົມຫວາດ ເມືອງປາກງື່ມ, ນະຄອນຫລວງ ວຽງຈັນ.
ເຈົ້າຫນ້າທີ່ ເມືອງ ປາກງື່ມ ລາຍງານວ່າ: ຜູ້ເສຍຫາຍ ຜູ້ເສຍຫາຍທ້າວ ສະຫ່ວາງ ອາຍຸ 68 ປີ, ເຮັດນາ ບ້ານ ສົມສະຫວາດ ເມືອງ ປາກງື່ມ ຜົນເສຍ: ຄວາຍແມ່ດຳໃຫ່ຍ 1 ໂຕ ( ມູນຄ່າ: 10,000,000 ກີບ) ສິບລ້ານກີບ.
ປັດຈຸບັນ ໜ່ວຍງານວິຊາສະເພາະ ປກສ ເມືອງ ສືບຕໍ່ລົງເອົາຂໍ້ມູນຕື່ມອີກ ແລະ ລົງຕິດຕາມເປົ້າສົງຄາດກະວ່າມີ ສ່ວນກ່ຽວພັນກັບເຫດການທີ່ເກີດຂຶ້ນ,ໄດ້ຂໍມູນແນວໃດຈະລາຍງານຫົວໜ້າຕາມຫຼັງຕື່ມອີກ.
