
ເວລາ 21: 42 ນາທີ ວັນທີ 31 ກໍລະກົດ 2022 ນີ້ ມີລາຍງານຈາກອາສາກູ້ໄພ ແຂວງ ສະຫວັນນະເຂດ ວ່າມີລົດເມບັນທຸກນັກທ່ອງທ່ຽວຂາວໄທ (ລົດທົວໄທ) ທີ່ເດີນທາງຈາກ ຫວຽດນາມ ມມາຕາມເສັ້ນທາງເລກ 9 ມຸ່ງໜ້າສູ່ຕົວເມືອງຂອງ ແຂວງ ສະຫວັນນະເຂດ ເກີດອຸບັດເຫດ ຕຳກັບລົດບັນທຸກ ຢູ່ບ້ານ ຫລຽນໄຊ, ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ.

ເບື້ອງຕົ້ນມີຜູ້ບາດເຈັບ 24 ຄົນຖືກສົ່ງໂຮງໝໍດົງເຫັນ ແລະ ມີຜູ້ເສຍຊີວິດຄາທີ່ 5 ຄົນ. ລາຍລະອຽດຈະລາຍງານຕາມຫຼັງ.

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດຄັ້ງນີ້ດ້ວຍ.
ໄລຍະນີ້ເປັນໄລຍະໜ້າຝົນເຮັດໃຫ້ການເດີນທາງພົບຄວາມຫຍຸ້ງຍາກສ່ຽງຕໍ່ການເກີດອຸບັດຕິເຫດໄດ້ງ່າຍ ຂໍໃຫ້ທຸກທ່ານຂັບຂີ່ດ້ວຍຄວາມລະມັດລະວັງ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ຂໍ້ມູນຈາກ: ເຟສບຸກ K’katiay Bouddy