ຕົ້ນປີນີ້ ອັດຕະປື ຢຶດໄມ້ຜິດກົດໝາຍໄດ້ 1,350 ກວ່າແມັດກ້ອນ

ທ່ານ ສະຫງິດ ວົງເສນາ ຫົວຫນ້າກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາວຽກງານປ່າໄມ້ປະຈໍາ 6 ເດືອນຕົ້ນປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ 29 ກໍລະ ກົດ 2022 ນີ້, ໃນລະຍະ 6 ເດືອນຜ່ານມາເຈົ້າໜ້າທີ່ກອງກວດກາ ໄດ້ລົງກວດກາລາດຕະເວນ ຢູ່ຂອບເຂດທີ່ຫລໍ່ແຫລມຕ່າງໆ ໄດ້ທັງໝົດ 638 ຄັ້ງ, ທັງການສົມທົບລະ ຫວ່າງເຈົ້າໜ້າທີ່ປ່າໄມ້ແຂວງ ແລະ ໜ່ວຍງານກວດກາປ່າ ໄມ້ 5 ເມືອງ, ມີຜູ້ເຂົ້າຮ່ວມ ທັງໝົດ 1,368 ເທື່ອຄົນ, ສາ ມາດພົບເຫັນການກະທໍາຜິດ 39 ກໍລະນີ, ເຈົ້າໜ້າທີ່ໄດ້ສະ ແດງຕົວເຂົ້າໄປກັກຢຶດໄມ້ ຜິດກົດໝາຍໄດ້ທັງໝົດ 70,600 ກວ່າຕັບ, ບໍລິມາດ 1,350 ກວ່າແມັດກ້ອນ,ກັກຢຶດພາຫະນະລົດໄດ້ 12 ຄັນ ແລະ ເຄື່ອງມືຕັດໄມ້ອີກ 16 ເຄື່ອງ,ພ້ອມນັ້ນທາງເຈົ້າໜ້າທີ່ກອງກວດກາປ່າໄມ້ ຍັງໄດ້ລົງເຄື່ອນໄຫວກວດກາ ການລັກລອບຊື້ຂາຍ ສັດນໍ້າ-ສັດ ປ່າ ຕາມທ້ອງຕະຫລາດ ເທດສະບານແຂວງ ແລະ 5 ຕົວເມືອງ ຢູ່ເຂດ ຫລໍ່ແຫລມຕ່າງໆ ຈຳນວນ 8 ຄັ້ງ,ພົບເຫັນແມ່ຄ້າ ນໍາເອົາສັດນໍ້າ-ສັດປ່າປະເພດຊີ້ນຟານຈຳນວນ 7 ກິໂລ ວາງຂາຍຢູ່ຕາມທ້ອງຕະຫຼາດມີ 1 ຄັັ້ງ, ເຈົ້າໜ້າທີ່ກອງກວດກາປ່າໄມ້ ກໍ່ໄດ້ກັກຢຶດ ແລະ ທຳລາຍຊິ້ນສ່ວນສັດປ່າດັ່ງກ່າວ ພ້ອມທັງສຶກສາອົບຮົມ ແລະ ຕັກເຕືອນຜູ້ກ່ຽວໃຫ້ຢຸດເຊົາ ບໍ່ໃຫ້ມີການນໍາເອົາສັດປ່າ ຫລື ຊິ້ນສ່ວນສັດປ່າມາວາງຂາຍອີກໃນຕໍ່ໜ້າ .

ຂໍ້ມູນຂ່າວ: ນ ຍົມມະລາ ບຸບຜາພັນ

error: Content is protected !!