ປີ 2021 ແຂວງ ຄຳມ່ວນ ປະຕິບັດລາຍຮັບໄດ້ 760 ຕື້ກວ່າກີບ

ວັນທີ 25 ເມສາ 2022 ພະແນກການເງິນ ແຂວງ ຄຳມ່ວນ, ຄັງເງິນແຫ່ງຊາດໄດ້ຈັດກອງປະຊຸມ ສະຫລຸບວຽກງານວິຊາສະເພາະຄັງເງິນປະຈຳ ແຂວງ ຄຳມ່ວນ ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ເຊິ່ງ ໃນປີ 2021 ຜ່ານມາ ແຂວງຄຳມ່ວນ ມີແຜນເກັບລາຍຮັບງົບປະມານ 758 ຕື້ກວ່າກີບ, ສາມາດປະຕິບັດໄດ້ 760 ຕື້ກວ່າກີບ ເທົ່າກັບ 100.25%.

ທ່ານ ບຸນຄຳ ໄຊຍະແສງ ຮອງຫົວໜ້າຄັງເງິນແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ແຂວງ ຄຳມ່ວນ ຈັດເກັບລາຍຮັບເຂົ້າງົບປະມານ ບັນລຸໄດ້ລື່ນແຜນທີ່ສະພາຮັບຮອງ ເຊິ່ງປີ 2021 ດ້ານລາຍຮັບງົບປະມານແຜນການມີ 758 ຕື້ກວ່າກີບ, ປະຕິບັດໄດ້ 760 ຕື້ກວ່າກີບ ເທົ່າກັບ 100.25% ໃນນີ້ລາຍຮັບພູດສູນກາງ 450 ຕື້ກວ່າກີບ ປະຕິບັດໄດ້ 380 ຕື້ກີບ ເທົ່າກັບ 84.38%, ພູດທ້ອງຖິ່ນ 307 ຕື້ກວ່າກີບ, ປະຕິບັດໄດ້ 379 ຕື້ກວ່າກີບ ເທົ່າກັບ 123.49%. ສ່ວນດ້ານການຄຸ້ມ ຄອງລາຍຈ່າຍງົບປະມານແຜນການປີ 549 ຕື້ກວ່າກີບ, ປະຕິບັດໄດ້ 528 ຕື້ກວ່າກີບ ເທົ່າກັບ 96.21%.

ພ້ອມດຽວນີ້, ທ່ານ ບຸນຄຳ ໄຊຍະແສງ ຍັງໄດ້ຍົກໃຫ້ບັນດາສາຍເຫດດ້ານອ່ອນ ແລະ ຂໍ້ຄົງຄ້າງໄລຍະຜ່ານມາ ແລະ ໄດ້ກຳນົດມາດ ຕະການວຽກງານຈຸດສຸມປີ 2022 ເພື່ອຮັບປະກັນໃນຂອດການຈັດຕັ້ງປະຕິບັດໃຫ້ມີຄວາມ ເປັນເອກະພາບ ແລະ ມີປະ ສິດຜົນ. ນອກຈາກນີ້, ຍັງສາມາດຈັດເກັບລາຍຮັບເຂົ້າງົບປະມານ ແນໃສ່ສ້າງເງື່ອນໄຂຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ດຳເນີນການຜະລິດທຸລະກິດ ຢ່າງມີປະສິດທິຜົນ, ພ້ອມກັນນັ້ນລະບົບຄັງເງິນ ຍັງໄດ້ເຂັ້ມງວດທາງດ້ານການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງ.

ຂໍ້ມູນຂ່າວ: ມະນີວັນ

error: Content is protected !!