ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຮ່ວມກັບ ອົງການວິນຣອກສາກົນ ໃນວັນທີ 29 ກໍລະ ກົດ 2022 ຢູ່ນະຄອນຫລວງວຽງ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນ ຕີກະຊວງ ຖວທ, ທ່ານ ໄມໂຄຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ ປະຈໍາລາວ, ມີຄະນະກໍາມະການຕ້ານການຄ້າມະນຸດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເ ຂົ້າຮ່ວມ.

ສື່ສິ່ງພິມໃນວຽກງານຕ້ານການຄ້າມະນຸດ ແມ່ນເປັນພາຫະນະໜຶ່ງ ແລະ ເປັນຄູ່ມືໃຫ້ແກ່ບັນດານັກສື່ມວນຊົນ ໃຊ້ເປັນກະບອກສຽງເພື່ອເຜີຍແຜ່ ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບວຽກງານການປ້ອງກັນ ແລະ ຕ້ານການຄ້າມະນຸດ ໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າ ໃຈເຖິງໄພອັນຕະລາຍຂອງມັນ. ບັນດາສື່ທີ່ນຳໃຊ້ໃນຄັ້ງນີ້ມີ: ກາຕູນເອເນເມຊັ້ນ, ໂປດສເຕີ ແລະ ປື້ມຄູ່ມືການໂຄສະນາ ເຊິ່ງທັງໝົດນີ້ ແມ່ນມີຄວາມຈຳເປັນອັນຮີບດ່ວນ ທີ່ຈະຕ້ອງໄດ້ສະໜອງຂໍ້ມູນຕໍ່ກັບສັງຄົມ ໂດຍສະເພາະ ຕໍ່ກັບຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອການຄ້າມະນຸດ; ໄລຍະຜ່ານມາ ຫລາຍປະເທດ ກໍໄດ້ປະເຊີນໜ້າກັບບັນຫາການຄ້າມະນຸດໃນຫລາຍຮູບແບບ ເປັນຕົ້ນ ການໝັ້ນໝາຍ ຫລື ການແຕ່ງດອງແອບແຝງ, ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ, ການຄ້າປະເວນີຂອງຜູ້ອື່ນ, ການໃຫ້ຖືພາ, ການເອົາເດັກໄປລ້ຽງ ຫລື ການເອົາເດັກມາເປັນລູກລ້ຽງແອບແຝງ, ການເປັນຂໍທານ, ການລັກພາຕົວ ແລະ ການເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ.
ທ່ານ ອຸ່ນທວງ ຂາວພັນ ໄດ້ໃຫ້ຮູ້ວ່າ: ເພື່ອສ້າງຂະບວນການ ແລະ ກິດຈະກຳໃນໂອກາດ ວັນຕ້ານການຄ້າມະນຸດສາກົນ ປະຈຳປີ 2022 ກໍຄື ວັນທີ 30 ກໍລະກົດ 2022 ນີ້, ສປປ ລາວ ເຮົາໄດ້ໃຫ້ຄວາມສຳຄັນ ແລະ ໃຫ້ການຮ່ວມມືທີ່ດີຕໍ່ກັບວຽກງານຕ້ານການຄ້າມະນຸດຕະຫລອດມາ ໂດຍໄດ້ມີການໂຄສະນາ, ເຜີຍແຜ່ ແລະ ຈັດກິດຈະກຳ ເພື່ອສ້າງຄວາມເຂົ້າໃຈຕໍ່ວຽກງານດັ່ງກ່າວດ້ວຍຫລາຍຮູບແບບ ແລະ ພົ້ນເດັ່ນສຸດແມ່ນ ລັດຖະບານ ໄດ້ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະ ນຸດ ໄລຍະ III ແຕ່ປີ 2021-2025.
ພັກ-ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ສິດຕິດແທດ ໃນການຈັດຕັ້ງປະ ຕິບັດວຽກງານນີ້ຢ່າງກວ້າງຂວ້າງ ໃນຂະແໜງການຕ່າງໆ ໂດຍສະເພາະແມ່ນຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ເຮັດໜ້າທີ່ເປັນກະບອກສຽງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງ ບົນພື້ນຖານປະສານສົມທົບ ແລະ ຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆທີ່ກ່ຽວຂ້ອງ ເພື່ອນຳເອົາແນວທາງນະໂຍບາຍ ຕໍ່ກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ, ໄວໜຸ່ມ ຍິງ-ຊາຍ ໄດ້ຮັບຮູ້ເຂົ້າໃຈ ມີສະຕິລະວັງຕົວຕໍ່ກັບກົນອຸບາຍຂອງຂະບວນການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫລາຍຂຶ້ນ.
ຂໍ້ມູນຂ່າວ-ພາບ: ຂັນໄຊ
