ຕາມຂ່າວຈາກ ວໍຊີງຕັນ, ວັນທີ 27 ກໍລະກົດນີ້,ສ.ອາເມຣິກາ ອາດຕ້ອງໃຊ້ງົບ ປະມານ ເຖິງ 7 ຕື້ໂດລາ ສະຫະລັດ ເພື່ອຮັບມືກັບ ການແພ່ລະບາດ ພະຍາດ ໝາກສຸກລີງ ພາຍໃນປະເທດ ຫລັງຈາກ ມີຜູ້ຕິດເຊື້ອແລ້ວ ເກືອບ 3,000 ຄົນ ຊຶ່ງເຈົ້າໜ້າທີ່ ສາທາລະນະສຸກ ສ.ອາເມຣິກາ ເລັ່ງກວດຫາເຊື້ອ ພະຍາດໝາກສຸກລີງ ແລະ ຈັດຫາ ວັກຊິນ ຫລາຍໝື່ນໂດສ ແຕ່ປະລິມານ ວັກຊິນ ຍັງມີຈຳນວນ ຈໍາກັດ.


ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
