
ໃນວັນທີ 21 ກໍລະກົດ 2022 ຜ່ານມານີ້ ສານປະຊາຊົນ ແຂວງ ວຽງຈັນ ຕັດສິນຄະດີຈຳເລີຍຈຳນວນ 3 ຄົນຄື: ນາງ ພອນ, ອາຍຸ 49 ປີ, ອາຊີບ ຄ້າ-ຂາຍ, ທ້າວ ຄໍາ ອາຍຸ 46 ປີ, ອາຊີບ ຊາວນາ, ທ້າວ ແດັດ ອາຍຸ 24 ປີ, ອາຊີບ ກຳມະກອນ ທັງສາມແມ່ນຄອບຄົວດຽວກັນອາໃສຢູ່ບ້ານ ຫຼັກ 52 ເມືອງ ໂພນໂຮງ ແຂວງ ວຽງຈັນ ພວກກ່ຽວທັງ 3 ຄົນ ຖືກກັກຕົວໃນວັນທີ 25 ພະຈິກ 2019 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 30.000 ເມັດ ດັ່ງນັ້ນ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ, ນາງ ພອນ ອາຍຸ 49 ປີ, ທ້າວ ຄໍາ ອາຍຸ 46 ປີ, ປະຫານຊີວິດ ພ້ອມປັບໄໝ 500,000,000 ກີບ ແລະ ທ້າວ ແດັດ ອາຍຸ 24 ປີ ສານຕັດສິນລົງໂທດ 2 ປີ 7 ເດືອນ 6 ວັນ ປັບໄໝ 10,000,000 ກີບ ສ່ວນຂອງກາງແມ່ນໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຈູດທຳລາຍຖິ້ມ.



ແຫຼ່ງຂໍ້ມູນ: Viengchan Police news
