
ແຫລ່ງຂ່າວຈາກ ເມືອງ ປາກລາຍ, ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 26ກໍລະກົດ 2022 ນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຂະໜງການກ່ຽວຂ້ອງ ລົງຕິດຕາມກວດກາເບິ່ງຜົນເສຍຫາຍຈາກໄພນໍ້າຖ້ວມ ໂຮງຮຽນປະຖົມບ້ານຫ້ວຍຕ່າງ ເມືອງ ປາກລາຍ.

ອີງຕາມບົດລາຍງານ ການເກັບກໍາຂໍ້ມູນຜົນເສຍຫາຍຈາກ ຫ້ອງການສຶກສາທິການ ແລະ ກິລາເມືອງປາກລາຍ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 21 ກໍລະກົດ ຜ່ານມາ ເກີດມີຝົນ ຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ລະດັບນໍ້າຫວ້ຍແລງ ທີ່ຕິດກັບໂຮງຮຽນປະຖົມບ້ານຫວ້ຍຕ່າງ ຍຶ່ງຂຶ້ນສູງ ໄຫລຖ້ວມໂຮງຮຽນດັ່ງກ່າວຢ່າງກະທັນຫັນ ແລະ ຖືກກະແສນໍ້າພັດໄປ ເຮັດໃຫ້ມີຜົນເສຍຫາຍປະກອບມີ: ອາຄານຮຽນ 1 ຫລັງ, ຝາໂຮງຮຽນທະລຸ 4 ດ້ານ, ກະດານ 4 ແຜ່ນ, ໂຕະຄູ ແລະ ນັກຮຽນ 34 ຊຸດ, ຕູ້ເອກະສານ 1 ໜວ່ຍ, ອຸປະ ກອນການຮຽນ-ການສອນ ແລະ ເຄື່ອງໃຊ້ພາຍໃນໂຮງຮຽນຈໍານວນໜຶ່ງ, ລວມມູນຄ່າເສຍຫາຍທັງໝົດ 250 ລ້ານກວ່າກີບ.

ຕໍ່ກັບເຫດການ ແລະ ຜົນເສຍຫາຍດັ່ງກ່າວ, ທ່ານຮອງເຈົ້າແຂວງໄຊຍະບູລີ ກໍໄດ້ຮຽກຮ້ອງມາຍັງ ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ, ອົງການປົກຄອງເມືອງປາກລາຍ, ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ຈະໄດ້ພ້ອມກັນສຸມໃສຄົ້ນຄວ້າ ປຶກສາຫາລືກັນຢ່າງຮີບດ່ວນ ເພື່ອຫາແຫລ່ງທຶນປະກອບສ່ວນເຂົ້າໃນການ ສ້ອມແປງ ແລະ ປຸກສ້າງໂຮງຮຽນດັ່ງກ່າວ ເພື່ອໃຫ້ລູກຫລານ ໄດ້ເຂົ້າໂຮງຮຽນເປັນປົກກະຕິ ໃນມື້ໄຂສົກຮຽນໃໝ່ທີ່ຈະມາເຖິງນີ້.
ນອກຈາກໂຮງຮຽນ ໄດ້ຮັບຜົນເສຍຫາຍແລ້ວ, ຍັງມີເຮືອນ, ເຂົ້ານາທີ່ກໍາລັງປັກດໍາ ແລະ ຜົນຜະລິດກະສິກໍາ ຂອງພໍ່ແມ່ປະຊາຊົນຈໍນວນໜຶ່ງ ກໍຖືກກະແສນໍ້າພັດໄປ ເຊັ່ນດຽວກັນ.
ຂ່າວ: ກ່າ ຄຸດທະວົງສັກ
