ໄດ້ຮັບແຈ້ງຈາກພົນລະເມືອງດີ ຈົນສາມາດຈັບຜູ້ຄ້າຂາຍຢາເສບຕິດໄດ້

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ວຽງໄຊ, ແຂວງ ຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີບຸກຄົນບໍ່ດີເຄື່ອນໄຫວ ຄ້າ – ຂາຍຢາເສບຕິດ ຢູ່ຂອບເຂດ ບ້ານ ຫ້ວຍຫຍ້າ, ເມືອງ ວຽງໄຊ, ແຂວງ ຫົວພັນ , ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງ ວຽງໄຊ ຈິ່ງໄດ້ນຳເອົາກຳລັງ, ລົງຕິດຕາມກວດກາ ເກັບກຳຂໍ້ມູນເຫັນວ່າມີມູນຄວາມຈິງແທ້, ດັ່ງນັ້ນຕົກມາຮອດຕອນທ່ຽງເວລາ 12 : 30 ນາທີ ຂອງວັນທີ່ 22 ກໍລະກົດ 2022 ນີ້ ຈິ່ງໄດ້ນຳກຳລັງ ໄປສົມທົບກັບ ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານທີ່ກ່ຽວຄ້ອງ ເຂົ້າກວດຄົ້ນ ເຄຫາສະຖານ ເຮືອນຂອງ ນາງ ເກຍຫ່ວາງ ອາຍຸ 47 ປີ ອາຊີບ ປະຊາຊົນ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານ ຫ້ວຍຫຍ້າ, ເມືອງ ວຽງໄຊ, ແຂວງ ຫົວພັນ.

ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ປກສ ເມືອງ ວຽງໄຊ ໄດ້ພົບເຫັນ ຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 04 ແຟັກ ແລະ 228 ເມັດ ເທົ່າກັບ 24,228 ເມັດ , ເຮໂຣອິນ 01 ຫໍ່ , ຢາຝິ່ນ 01 ຫໍ່ ແລະ ເງິນກີບທະນາຄານ 1,300,000 ກີບ ທີ່ຊຸກເຊື້ອງໄວ້ໃນຕູ້ ແລະ ຖົງຟາຍຂອງຜູ້ກ່ຽວຈາກນັ້ນເຈົ້າໜ້າທີ່ ປກສ ເມືອງ ວຽງໄຊ ຈິ່ງໄດ້ຈັບຕົວຜູ້ກ່ຽວພ້ອມເຄື່ອງຂອງກາງ ມາສືບສວນ – ສອບສວນ ຜ່ານການສືບສວນ – ສອບສວນ ຂັ້ນເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ນຳບຸກຄົນບໍ່ຮູ້ຊື່ ຈຸດປະສົງ ກໍເພື່ອນຳເອົາຢາເສບຕິດຈຳນວນດັ່ງກ່າວນັ້ນມາ ຂາຍຍ່ອຍ, ສ່ວນເປົ້າໝາຍດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ນຳສົ່ງໃຫ້ພະແນກສະກັດກັ້ນ – ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງ ຫົວພັນ ເພື່ອດໍາເນີນ ການສືບສວນ – ສອບສວນ, ສືບຕໍ່ຫາກຸ່ມແກງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ ປກສ ແຂວງຫົວພັນ

error: Content is protected !!