6 ເດືອນ ນໍ້າປະປາ ອັດຕະປື ຜະລິດນໍ້າໄດ້ 255,740 ແມັດກ້ອນ

ຕາມການລາຍງານຈາກ ທ່ານ ແກ້ວວິຊຽນ ສີຊານົນ ຜູ້ອໍານວຍການ ລັດວິສາຫະກິດ ນໍ້າປະປາ ແຂວງ ອັດຕະປື ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາຄືນວຽກງານການເຄື່ອນໄຫວຂອງລັດວິສາຫະກິດນໍ້າປະປາ ແຂວງ ອັດຕະປື ປະຈໍາ 6 ເດືອນຕົ້ນປີ 2022 ທີ່ຈັດຂຶ້ນເມື່ອບໍ່ດົນນີ້ວ່າ: ໃນ 6 ເດືອນຕົ້ນປີ 2022 ນີ້, ນ້ຳປະປາ ແຂວງອັດຕະປື, ສາມາດຜະລິດນໍ້າໄດ້ທັງໝົດ 255,740 ແມັດກ້ອນ, ໃນນັ້ນຈໍາໜ່າຍນໍ້າໄດ້ 217,921 ແມັດກ້ອນ, ນໍ້າສູນເສຍ 37,819 ແມັດກ້ອນ ເທົ່າກັບ 15%, ສາມາດສ້າງລາຍຮັບໄດ້ທັງໝົດ 1 ຕື້ກວ່າກີບ. ໃນນັ້ນ ຮັບຈາກການຜະລິດຕົ້ນຕໍ (ຂາຍນໍ້າ) ໄດ້ 937 ລ້ານກວ່າກີບ, ຮັບຈາກຜະລິດສໍາຮອງ 77 ລ້ານກວ່າກີບ, ໄດ້ປະກອບສ່ວນມອບພັນທະເຂົ້າງົບປະມານ ປະຈໍາ 6 ເດືອນຕົ້ນປີ 2022 ລວມທັງໝົດ 70 ລ້ານກວ່າກີບ.

ພ້ອມນີ້, ໃນກອງປະຊຸມ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າ ແຂວງ ອັດຕະປື ຍັງໄດ້ເນັ້ນ ໃຫ້ລັດວິສາຫະກິດນໍ້າປະປາ ແຂວງ ອັດຕະປື ສືບຕໍ່ເອົາໃຈໃສ່ໃນການຜະລິດ ແລະ ສະໜອງນໍ້າປະປາ ໃຫ້ປະຊາຊົນໄດ້ຢ່າງປົກກະຕິ, ໃຫ້ມີການຄຸ້ມຄອງ, ກວດກາດ້ານເຕັກນິກວິຊາສະເພາະ, ຮັບປະກັນບໍ່ໃຫ້ມີການຜະລິດແບບຂາດໆເຂີນໆ, ກວດການໍ້າຮົ່ວ-ທໍ່ແຕກຫັກ, ຕິດຕາມນໍ້າຂຶ້ນ-ນໍ້າລົງ, ການເຄື່ອນຍ້າຍບັກ, ປັບປຸງແກ້ໄຂລະບົບການບໍລິຫານໃຫ້ເປັນລະບົບ, ເຮັດວຽກຖືກຕາມຫລັກວິຊາການ, ການເກັບກູ້ໜີ້ສິນ, ການແກ້ໄຂລະບົບເງິນເດືອນພະນັກງານ ແລະ ບັນຫາອື່ນໆ ທີ່ຍັງບໍ່ທັນຮັບການແກ້ໄຂ ຕ້ອງຮີບຮ້ອນເອົາໃຈໃສ່ເຮັດຢ່າງຈິງຈັງ ແລະ ປະສານສົມທົບຢ່າງກົມກຽວກັບສະພາບໍລິຫານພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເພື່ອຮ່ວມກັນແກ້ໄຂໃຫ້ໄດ້ຮັບຜົນດີເທື່ອລະກ້າວ.

ຂໍ້ມູນຂ່າວ-ພາບ: ຊິບປະໄຊ

error: Content is protected !!