
ບໍລິສັດ Bavarian Nordic ບໍລິສັດວັກຊີນຂອງເດນມາກ ໄດ້ຮັບການອະນຸມັດແລ້ວ ສຳລັບວັກຊີນປ້ອງກັນພະຍາດ ໝາກສຸກລີງ ຫຼື ຝີດາດລີງ ໃນສະຫະລັດ ອາເມຣິກາ ແລະ ແຄນນາດາ.
ອ້າງອີງຈາກ DW ໄດ້ລາຍງານວ່າ: ບໍລິສັດເຕັກໂນໂລຊີ ຊີວະພາບ ຂອງ ເດນມາກ ກ່າວວ່າ ຄະນະກຳມະການເອີຣົບ ໄດ້ອະນຸມັດວັກຊີນ Imvanex ທີ່ສາມາດປ້ອງກັນໄຂ້ ສຳລັບພະຍາດໝາກສຸກລີງ ໃນສະຫະພາບເອີຣົບ.

ການປະກາດດັ່ງກ່າວ ແມ່ນເກີດຂຶ້ນຫຼັງຈາກ ອົງກອນອະນາໄມໂລກ (WHO) ໄດ້ປະກາດວ່າພະຍາດໝາກສຸກລີງນີ້ ເປັນພະວາສຸກເສີນດ້ານສຸຂະພາບຂອງໂລກ.
ບໍລິສັດກຳລັງເຈລະຈາ ເພື່ອເພີ່ມການຜະລິດ ແລະ ສາມາດຕອບສະໜອງຄວາມຕ້ອງການວັກຊີນປ້ອງກັນ ສຳລັບຫຼາຍສິບລ້ານຄົນ.
ປັດຈຸບັນ ພະຍາດໝາກສຸກລີງ ຫຼື ຝີດາດລີງ ເປັນໄວຣັສທີ່ກຳລັງແຜ່ກະຈາຍໄປທົ່ວໂລກ ແລະ ເລີ່ມແຜ່ມາຮອດປະເທດອ້ອມຂ້າງ.
ຂໍ້ມູນຈາກ: laopost.com
