ທະນາຄານໂລກ ເຕືອນ! ວິກິດອາຫານອາດຈະດົນນານເຖິງປີໜ້າ

ຂ່າວສານ ຊິນຮວາ ລາຍງານ ເມື່ອບໍ່ດົນມານີ້ວ່າ, ທ່ານ ເດວິດ ມັນພາສ (David Malpass)

ປະທານທະນາຄານໂລກ ໄດ້ອອກຖະແຫຼງການໃນລະຫວ່າງກອງປະຊຸມລະດູໃບໄມ້ຫຼົ່ນປະຈຳປີ 2022 ຂອງກອງທຶນການເງິນສາ ກົນ (IMF) ແລະ ທະນາຄານໂລກ (WB) ວ່າ ສະຖານະການໂລກຂອງພວກເຮົາ ໃນປັດຈຸບັນ ຈະເຮັດໃຫ້ວິກິດການທາງດ້ານອາຫານແກ່ຍາວກິນເວລາຫຼາຍເດືອນ ແລະ ອາດຈະໃຊ້ເວລາໄປຈົນເຖິງປີໜ້າ ໂດຍສ່ວນໃຫຍ່ແລ້ວສະຖານະການໂລກໃນປັດຈຸບັນ ກຳລັງສ້າງແຮງກົດດັນຕໍ່ກຸ່ມຄົນທຸກຍາກທົ່ວໂລກ.

ໃນຂະນະນີ້, ລາຄາອາຫານປັບໂຕເພີ່ມຂຶ້ນແລ້ວ 37% ເມື່ອທຽບແບບລາຍປີ ແລະ ປັບໂຕເພີ່ມຂຶ້ນຫຼາຍກວ່າດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງມີໄລຍະສຳຄັນ ເນື່ອງຈາກເປັນມາດຕາວັດວ່າ ບັນຫາທີ່ເກີດຂຶ້ນສົ່ງຜົນກະທົບຕໍ່ກຸ່ມຄົນທີ່ທຸກຍາກຫຼາຍ ໂດຍພວກເຂົາໃຊ້ຈ່າຍເງິນຊື້ອາຫານຫຼາຍກວ່າ ພາຍໃນງົບປະມານລາຍວັນຂອງພວກເຂົາ. ທ່ານ ມັນພາສ ລະບຸວ່າ ພາວະຂາດແຄນອາຫານ, ພະລັງງານ ແລະ ປຸ໋ຍ ຊຶ່ງສຳຄັນສຳລັບການປູກຝັງ ກຳລັງສ້າງວິກິດການຄວາມບໍ່ໝັ້ນຄົງທາງດ້ານອາຫານ ຊຶ່ງຈະໃຊ້ເວລາດົນ ຢ່າງໜ້ອຍຫຼາຍເດືອນ ແລະ ອາດຈະຍືດເຍື້ອຍາວນານໄປຈົນເຖິງປີ 2023.

ທ່ານ ມັນພາສ ກ່າວຕື່ມວ່າ ບັນຫາເລື່ອງອາຫານມີຄວາມຮຸນແຮງ ລາຄາທີ່ແພງຂຶ້ນສົ່ງຜົນກະທົບຕໍ່ກຸ່ມຄົນທີ່ມີຖານະທຸກຍາກທີ່ສຸດ. ດັ່ງນັ້ນ, ບັນຫາດັ່ງກ່າວຈຶ່ງສົ່ງຜົນກະທົບຕໍ່ປະຊາຊົນໃນປະເທດທີ່ທຸກຍາກ ໂດຍສະເພາະກຸ່ມຄົນທີ່ຢູ່ໃນພື້ນທີ່ຊົນນະບົດຮຸນແຮງທີ່ສຸດ. ນອກຈາກນີ້, ຍັງມີທ່າອ່ຽງວ່າປະຊາຊົນຈະຫັນໄປຫາອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການຕ່ຳລົງຖ້າຫາກບໍ່ມີທາງເລືອກ.

ທ່ານ ມັນພາສ ກ່າວຕື່ມວ່າ ທະນາຄານໂລກ ຈະຈັດຫາງົບປະມານອຸດໜູນ ດ້ວຍວົງເງິນ 1,7 ແສນລ້ານໂດລາຕະຫຼອດໄລຍະ 15 ເດືອນຂ້າງໜ້າ ເພື່ອຊ່ວຍຜ່ອນຄາຍວິກິດການຄັ້ງນີ້ ຊຶ່ງຈະເປັນການຈັດຫາເງິນຊ່ວຍເຫຼືອກ້ອນໃຫຍ່ທີ່ສຸດຂອງທະນາຄານໂລກ. ສ່ວນບັນຫາທາງດ້ານວັກຊິນທ່ານ ມັນພາສ ລະບຸວ່າ ທະນາຄານໂລກຈະຈັດຫາງົບປະມານ 1,1 ໝື່ນລ້ານໂດລາໃນໂຄງການວັກຊິນໃນ 81 ປະເທດພາຍໃນທ້າຍເດືອນ ມິຖຸນາ.

error: Content is protected !!