ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ນຳໂດຍ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງສົມທົບກັບ ທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມດ້ວຍຄະນະກຳມະການທຸກພາກສ່ວນ ຮ່ວມປຶກສາຫາລື ເພື່ອສ້າງກາໝາຍ ແລະ ສິ່ງບັນຈຸຫຸ້ມຫໍ່ ຜະລິດຕະພັນປີ້ງໄກ່ລາດເຊໂນ ໃຫ້ມີຄວາມສະ ອາດຈົບງາມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

ທັງນີ້, ເພື່ອເຮັດໃຫ້ຜະລິດ ຕະພັນສິນຄ້າໂອດອບແຫ່ງຊາດ ປີ້ງໄກ່ລາດເຊໂນ ໃຫ້ໄດ້ຮັບການຍອມຮັບ ແລະ ຖືກສຸຂະອະນາໄມ ແລະ ເປັນເອກະລັກສະເພາະກໍ, ທັງເປັນການຍູ້ແຮງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບການສົ່ງເສີມທຸລະກິດ ຂະໜາດນ້ອຍ-ຂະໜາດກາງ SMEs ກໍຄື ການສົ່ງເສີມຜູ້ປະກອບການ ປີ້ງໄກ່ລາດເຊໂນ ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຊື່ສຽງໂດ່ງດັງທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ເຊິ່ງສະມາຄົມປີ້ງໄກ່ລາດເຊໂນ ໄດ້ປະກາດສ້າງຕັ້ງກຸ່ມມາແຕ່ປີ 2016, ໃນໄລຍະນັ້ນ, ມີສະມາຊິກກຸ່ມພຽງແຕ່ 36 ຮ້ານ, ແຕ່ມາຮອດປັດຈຸບັນ ມີເຖິງ 66 ຮ້ານ, ໃນນັ້ນ 15 ຮ້ານ ໄດ້ຮັບຮອງເປັນສິນຄ້າກາໝາຍໂອດອບ ແຫ່ງຊາດ.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ເນັ້ນໃຫ້ຄະນະກຳມະການຂັ້ນເມືອງ ກໍຄື ກຸ່ມຜູ້ປະກອບການ ຈົ່ງພ້ອມກັນສົ່ງເສີມ, ປັບປຸງ, ສ້າງຄວາມເຂັ້ມແຂງຂອງສະມາຄົມ ໂດຍສະເພາະສະຖານທີ່ບໍລິການ ໃຫ້ມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ, ສິ່ງສຳຄັນໃຫ້ຮັບປະກັນດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງ ຜູ້ບໍລິໂພກ, ພ້ອມກັນສ້າງຜະລິດຕະພັນ ໃຫ້ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ, ມີຄວາມຊື່ສັດ, ຈິງໃຈ. ພ້ອມກັນນີ້, ໃນສະມາຄົມປີ້ງ ໄກ່ລາດເຊໂນ ຕ້ອງມີລະບອບປະຊຸມ, ປຶກສາຫາລື, ສ່ອງແສງ ເພື່ອເປີດໂອກາດໃຫ້ສະມາຊິກມີຄຳເຫັນໃນການປັບປຸງໃຫ້ສະມາຄົມ ມີການພັດທະນາຂຶ້ນໄປເລື້ອຍໆ.
