ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທ່ານ ດຣ.ເທໂດຼສ ອາດຮານອມ ເກເບຼເຢຊຸສ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ປະກາດວ່າ: ປັດຈຸບັນນີ້ສະພາບພະຍາດໝາກສຸກລີງທີ່ໄດ້ແຜ່ລະບາດຢູ່ 75 ປະເທດ ແລະ ເຂດແຄວ້ນໄດ້ກາຍເປັນເຫດການສຸກເສີນດ້ານສາທາລະນະສຸກ ທີ່ສາກົນຕ້ອງເອົາໃຈໃສ່, ນີ້ແມ່ນການເຕືອນໄພສາທາລະນະສຸກທີ່ມີລະດັບສູງສຸດ ຊຶ່ງຖືກປະກາດໂດຍ WHO.

ທ່ານ ດຣ.ເທໂດຼສ ຍັງໄດ້ກ່າວຕື່ມວ່າ: ເຖິງແມ່ນວ່າ, ທ່ານໄດ້ປະກາດວ່າ ສະພາບພະຍາດໝາກສຸກລີງໄດ້ເປັນເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນຕ້ອງເອົາໃຈໃສ່ກໍຕາມ ແຕ່ວ່າເມື່ອພິຈາລະນາໃນປັດຈຸບັນ, ສາມາດຜ່ານຈາກການນຳໃຊ້ມາດຕະການທີ່ຖືກຕ້ອງໃນກຸ່ມຄົນເປົ້າໝາຍທີ່ຖືກຕ້ອງເພື່ອສະກັດກັ້ນສະພາບພະຍາດ.

