ສໍາມະນາ ການປະຕິບັດສົນທິສັນຍາທີ່ ລາວ ເປັນພາຄີກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ

ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຮ່ວມກັບ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງສໍາມະນາ ກ່ຽວກັບການ ຈັດຕັ້ງປະຕິບັດສົນທິສັນຍາ ທີ່ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ ສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະນັກງານທີ່ມີເປົ້າໝາຍຈະໄດ້ໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ໂດຍມີ ທ່ານ ດວງມະນີ ຍອດສີອຸດົມ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ແລະ ມີຜູ້ຕາງໜ້າຂັ້ນຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກ 17 ກົມ ຂອງກະຊວງກະຕ່າງປະເທດ, ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະ ນັກງານທີ່ຢູ່ໃນເປົ້າໝາຍອອກໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ເຂົ້າຮ່ວມ.

ການຈັດສຳມະນາຄັ້ງນີ້, ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ພັນ ທະພາຍໃຕ້ ສົນທິສັນຍາພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດທີ່ ສປປ ລາວ ເປັນພາຄີ, ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ, ການກໍານົດຕົວຜູ້ກະທຳຜິດ ແລະ ຜູ້ຖືກເຄາະຮ້າຍ, ກົນໄກການປະສານງານ ລວມທັງວິທີການປົກປ້ອງ, ຊ່ວຍເຫລືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ເນັ້ນໃຫ້ເຫັນປະກົດການຫຍໍ້ທໍ້ໃນສັງຄົມທີ່ເຮັດໃຫ້ຊາວໜຸ່ມ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ດ້ວຍກົນອຸບາຍຫລາຍຮູບແບບ ເປັນຕົ້ນ ການຖືກຕົວະຍົວະລອກລວງໃຫ້ໄປອອກແຮງງານ, ການແຕ່ງດອງແອບແຝງ, ການຈ້າງໃຫ້ຖືພາແທນ ແລະ ຮູບແບບອື່ນໆ.

ໂອກາດນີ້, ທ່ານ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ໄດ້ຍົກໃຫ້ເຫັນເຖິງບັນຫາການຄ້າມະນຸດ ແມ່ນອາຊະຍາກຳໜຶ່ງທີ່ຮ້າຍແຮງ ທີ່ມີລັກສະນະຂ້າມຊາດ, ທັງເປັນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງຄວາມເປັນມະນຸດ, ເປັນບັນຫາທວງດຶງການພັດທະນາເສດຖະກິດ-ສັງຄົມ ແລະ ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ. ດ້ວຍເຫດນີ້, ລັດຖະບານ ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ ໂດຍກຳນົດເອົາການຄ້າມະນຸດເປັນ ຄວາມຜິດທາງອາຍາ, ວາງນະໂຍບາຍ, ອອກກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ສ້າງກົນໄກປະສານງານຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນ, ສ້າງແຜນງານແຫ່ງຊາດແຕ່ລະໄລຍະ, ຈັດສັນງົບປະມານທີ່ຈໍາເປັນ, ຮ່ວມມືກັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍການເຂົ້າຮ່ວມເປັນພາຄີ ສົນທິສັນຍາສອງຝ່າຍ ແລະ ຫລາຍຝ່າຍ ກ່ຽວກັບການຕ້ານການຄ້າມະນຸດໃນຂອບອາຊຽນ ແລະ ອົງການ ສປຊ.

ການຈັດກອງປະຊຸມສໍາມະນາຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍຕໍ່ພະນັກງານຂອງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍສະເພາະພະນັກງານທີ່ຢູ່ໃນເປົ້າໝາຍຈະຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ ຕ່າງປະເທດ ໃຫ້ສາມາດກຳໄດ້ວຽກງານດັ່ງກ່າວ ເພື່ອນໍາໄປປະຕິ ບັດໜ້າທີ່ວຽກງານຕົວຈິງຢູ່ຕ່າງປະເທດ ໃຫ້ເຂົ້າໃຈກ່ຽວກັບພັນທະສາກົນ, ຂອບກົດໝາຍ, ນະໂຍບາຍ ລວມທັງກົນໄກການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໂດຍສະ ເພາະວິທີການໃຫ້ຄວາມຊ່ວຍເຫລືອ ຜູ້ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາກຂະບວນການຄ້າມະນຸດໃຫ້ທັນການ ແລະ ວ່ອງໄວ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍ ກໍຄືມາດຕະການການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຂອງພັກ ແລະ ລັດຖະບານໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

error: Content is protected !!