ນໍ້າເຂົ້າມວກ ຂອງດີມີປະໂຫຍດ

ແຕ່ລະຄັ້ງທີ່ເຮົາຈະຫຸງເຂົ້າ ຫຼື ໝ່າເຂົ້າ “ນໍ້າເຂົ້າມວກ” ທີ່ເຫຼືອກໍຈະຖືກເທຖິ້ມຢ່າງໄຮ້ຄ່າ, ແຕ່ຮູ້ບໍ່ວ່າ ການເຮັດແບບນັ້ນ ຖືເປັນການຖິ້ມຄຸນປະໂຫຍດໄປລ້າໆ ເພາະວ່າ ນໍ້າເຂົ້າມວກ ນັ້ນມີປະໂຫຍດຫຼາຍໆຢ່າງ.

ນໍ້າເຂົ້າມວກ ເປັນນໍ້າທີ່ໄດ້ຈາກການລ້າງເຂົ້າຈ້າວກ່ອນນຳໄປຫຸ່ງ ຫຼື ເວລາເຮົາໝ່າເຂົ້າໜຽວ ຊຶ່ງປົກກະຕິແລ້ວ ຈະລ້າງເຂົ້າປະມານ 1-2 ນໍ້າ ຊຶ່ງການລ້າງເຂົ້າຈະເຮັດໃຫ້ສານອາຫານບາງຢ່າງຫຼຸດອອກມາຢູ່ໃນນໍ້າ ເຊັ່ນ:

  • ວິຕາມິນ B3 ມີສ່ວນຊ່ວຍໃນການທຳລາຍພິດ ແອລກໍຮໍ ແລະຢາເສບຕິດ.
  • ວິຕາມິນ B2 ມີສ່ວນຊ່ວຍປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ.
  • ວິຕາມິນ B1 ມີປະໂຫຍດຕໍ່ການເຮັດວຽກຂອງສະໝອງ, ລະບົບປະສາດ, ລະບົບຍ່ອຍອາຫານ, ຫົວໃຈ ແລະກ້າມຊີ້ນ.

ດ້ວຍສານອາຫານທີ່ກ່າວມານີ້ ຈຶ່ງເຮັດໃຫ້ ນໍ້າເຂົ້າມວກ ຖືກນຳມາໃຊ້ປະໂຫຍດດ້ວຍວິທີຕໍ່ໄປນີ້:

  1. ຊ່ວຍໃຫ້ໜ້າໃສ: ການນຳນໍ້າເຂົ້າມວກ ທີ່ສະອາດ ຊຶ່ງຖ້າຈະໃຫ້ດີ ຄວນເປັນນໍ້າທີ 2 ມາລ້າງໃບໜ້າເປັນປະຈຳທຸກເຊົ້າ-ແລງ ຈະມີຜົນໃຫ້ເກີດສິ່ງດີໆຂຶ້ນກັບ ໃບໜ້າຂອງເຮົາ ເພາະວ່າ ນໍ້າເຂົ້າມວກ ຈະຊ່ວຍປົວສິວຝ້າ, ກຳຈັດຄວາມມັນ, ຫຼຸດສິວ ເຮັດໃຫ້ຜິວໜ້າຂາວນວນ, ນຸ່ມຂຶ້ນ.
  2. ຊ່ວຍໃຫ້ມືນຸ່ມ: ເວລາທີ່ທ່ານແຊ່ມືໃນ ນໍ້າເຂົ້າມວກ ເພື່ອທຳຄວາມສະອາດເມັດເຂົ້າ ເມັດເຂົ້າ ແລະ ນໍ້າເຂົ້າມວກ ຈະຊ່ວຍໃຫ້ມືຂອງທ່ານນຸ່ມນວນຂຶ້ນໄດ້.
  3. ຊ່ວຍໃຫ້ຜົມງາມ: ເລີ່ມຈາກການສະຜົມດ້ວຍຢາສະຜົມທົ່ວໆໄປ ແລ້ວໃຊ້ນໍ້າເຂົ້າມວກ ລ້າງຢາສະຜົມອອກ ພ້ອມກັບນວດຈົນທົ່ວ ແລ້ວກໍລ້າງອອກ ດ້ວຍນໍ້າສະອາດ. ຖ້າເຮັດເປັນປະຈຳອາທິດລະ 1-2 ຄັ້ງ ຈະຊ່ວຍບຳລຸງເສັ້ນຜົມໃຫ້ມີສຸຂະພາບດີ, ເສັ້ນຜົມແຂງແຮງ ແລະມີນຳ້ໜັກ.
  4. ໃຊ້ໝັກຜົມ: ສຳລັບການໝັກຜົມ ນັ້ນ ໃຫ້ເອົານໍ້າເຂົ້າມວກ ມາເທໃສ່ຜົມໃຫ້ທົ່ວຫົວ ແລ້ວປ່ອຍໝັກປະໄວ້ 10 ນາທີ ຈຶ່ງໃຊ້ນໍ້າເຢັນລ້າງອອກໃຫ້ສະອາດ. ສຳລັບສູດນີ້ ຖ້າມີນໍ້າຫອມລະເຫີຍ ກໍສາມາດຢອດລົງໄປໜ້ອຍນຶ່ງກໍໄດ້.
  5. ໃຊ້ຖູພື້ນ: ຖ້າເຮືອນຂອງທ່ານເປັນເຮືອນໄມ້ ແລ້ວຢາກຖູພື້ນໃຫ້ສະອາດ ລອງໃຊ້ ນໍ້າເຂົ້າມວກ ຖູພື້ນເບິ່ງແມ. ວິທີກໍຄື ເອົາຜ້າເຊັດພື້ນມາຈຸບ ນໍ້າເຂົ້າມວກ ແລ້ວເຊັດພື້ນເຮືອນໃຫ້ທົ່ວ, ເມື່ອສຳເລັດແລ້ວ ກໍໃຊ້ຜ້າແຫ້ງເຊັດອີກຮອບໜຶ່ງ ກໍຈະຊ່ວຍໃຫ້ພື້ນເຮືອນສະອາດເງົາງາມ.
  6. ປົວສິວ ຊ່ວຍໃຫ້ຜົວໜ້ານຽນນຸ່ມ: ເຮົາສາມາດເອົາ ນໍ້າເຂົ້າມວກ ມາປົວສິວໄດ້ ໂດຍການເອົາ ນໍ້າເຂົ້າມວກ ທີ່ສະອາດໆ ມາລ້າງໜ້າເປັນປະຈຳທຸກມື້ ເຊົ້າ-ແລງ, ເມື່ອລ້າງແລ້ວ ກໍຕ້ອງລ້າງດ້ວຍນໍ້າສະອາດ ຫຼື ໂຟມລ້າງໜ້າຕາປົກກະຕິ ກໍຈະຊ່ວຍຫຼຸດສິວ, ປົວສິວ ແລະຜິວໜ້າກໍຈະຂາວໃນນຽນນຸ່ມ.
  7. ກຳຈັດກິ່ນຄາວອາຫານທະເລ: ຖ້າຫາກອາຫານທະເລມີກິ່ນເໝັນ ຫຼື ຄາວ ວິທີແກ້ໄຂ ກໍຄື ໃຊ້ນໍ້າເຂົ້າມວກ 3 ຖ້ວຍແກງ ແລະນຳໝາກຂີ້ຫູດ ຫຼື ໝາກນາວ 3-5 ໜ່ວຍ ບີບນໍ້າຂອງມັນໃສ່ປະສົມລົງໄປໃນ ນໍ້າເຂົ້າມວກ ແລ້ວຄົນໃຫ້ເຂົ້າກັນ, ຈາກນັ້ນ ກໍເອົາອາຫານທະເລມາລ້າງໄດ້ເລີຍ. ເມື່ອລ້າງແລ້ວ ກໍນຳເອົາອາຫານທະເລ ມາລ້າງດ້ວຍນໍ້າສະອາດອີກຮອບໜຶ່ງ ເຮົາກໍຈະໄດ້ອາຫານທະເລທີ່ບໍ່ມີຄວາມເມືອກ ແລະບໍ່ຄາວ.
  8. ໃຊ້ໃນການດອງຜັກ-ໝາກໄມ້: ນີ້ເປັນອີກໜຶ່ງພູມປັນຍາພື້ນບ້ານທີ່ໜ້າສົນໃຈ! ຂັ້ນຕອນການດອງຜັກ ຫຼື ເຮັດສົ້ມຜັກ ນັ້ນ ຈະໃຊ້ນໍ້າເຂົ້າມວກ ປະສົມເກືອໃສ່ລົງໄປນຳ, ພຽງບໍ່ພໍທໍ່ໃດມື້ ເຮົາກໍຈະໄດ້ຜັກ ແລະໝາກໄມ້ດອງ ຣົດຊາດສົ້ມແຊບໆແລ້ວ.
  9. ໃຊ້ລ້າງຜັກ-ໝາກໄມ້: ນໍ້າເຂົ້າມວກ ສາມາດໃຊ້ລ້າງຜັກ-ໝາກໄມ້ ເພື່ອກຳຈັດສານພິດຕົກຄ້າງໄດ້. ກ່ອນອື່ນໃຫ້ເດັດຜັກທີ່ຕ້ອງການລ້ງອອກເປັນໃບໆ, ຈາກນັ້ນ ເອົາໄປລ້າງດ້ວຍນໍ້າສະອາດອີກໜຶ່ຮອບ ແລ້ວເອົາມາແຊ່ໃນ ນຳ້ເຂົ້າມວກ ປະໄວ້ 10-15 ນາທີ, ເມື່ອໄດ້ເວລາແລ້ວ ກໍເອົາຜັກມາລ້າງດ້ວຍນໍ້າສະອາດອີກ. ວິທີນີ້ ຈະຊ່ວຍກຳຈັດສານພິດທີ່ຕິດມາກັບຜັກ ຫຼື ໝາກໄມ້ໃຫ້ຫຼຸດລົງໄປໄດ້ຫຼາຍພໍສົມຄວນ. ແຕ່ວ່າ ຄວນໃຊ້ນໍ້າເຂົ້າມວກ ນໍ້າທີ 2 ເພາະນໍ້າທີ 1 ມັກຈະມີສິ່ງເປິເປື້ອນຕ່າງໆປົນຢູ່ຫຼາຍ.
error: Content is protected !!