
ໃນວັນທີ 21 ກໍລະກົດ 2022 ຜ່ານມາທີ່ ຫ້ອງການ ປກສ ກຸ່ມເຂດນາຊວງ ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໄດ້ມີການສຶກສາອົບຮົມ ຜູ້ທີ່ສະແດງຄວາມຄິດເຫັນ ທາງເຟສບຸກ ໄປໃນທາງທີ່ຂັດຕໍ່ແນວທາງເຊິ່ງແມ່ນ: ວັນທີ 20 ກໍລະກົດ 2022 ທີ່ຜ່ານມາ ໄດ້ມີຜູ້ໃຊ້ເຟສບຸກຊື່ວ່າ ( ມິວ ສິດ , ໃນພາສາໄທ) ແຕ່ຊື່ແທ້ແມ່ນ ທ້າວ ໄມລ້ານ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ນາວັງໄຄ ໄດ້ໄປຄອມເມັ້ນໃນ ແຈ້ງການ ຂອງໂຮງໝໍສູນກາງ 103 ກອງທັບ ທີ່ມີເນື້ອໃນທີ່ວ່າ ຫ້າມເອົາເງິນໃຫ້ແພດໝໍໃນທຸກກໍລະນີ (ໃສ່ຊອງຜ່າຕັດ), ຫ້າມຈ່າຍເງີນຕ່າງໆເພີ່ມທີ່ບໍມີບີນຂອງໂຮງໝໍທີ່ຖືກຕ້ອງ (ໃບອອກໂຮງໝໍ, ໃບວິເຄາະ, ໃບລັງສີ, ໃບລ້າງບາດ) ແລ້ວຜູ້ກ່ຽວໄດ້ໄປຄອມເມັ້ນໄປໃນທາງທີ່ຜິດ ແລະ ແຕະຕ້ອງເຖິງໂຮງໝໍເມືອງ ວຽງທອງ ໃນຄອມເມັ້ນທີ່ວ່າ:
(ໂຮງໝໍເມືອງ ວຽງທອງເປັນແບບຢ່າງ ຖ້າກຶນແຕ່ເງິນຢ່າງດຽວເວົ້າມາລະເບື່ອເລີຍ) ສະນັ້ນ, ທາງ ປກສ ກຸ່ມເຂດນາຊວງ ແລະ ທາງໂຮງໝໍເມືອງ ຈຶ່ງໄດ້ເອີ້ນຜູ້ກ່ຽວມາຂຽນບົດບັນທຶກ ແລະ ຮັບສະລະພາບ ຂໍໂທດຕໍ່ສັງຄົມໃນການຄອມເມັ້ນໃນເນື້ອໃນດັ່ງກ່າວພ້ອມທັງໃຫ້ລົບຄໍາຄອມເມັ້ນນັ້ນ.

ແຫຼ່ງຂ່າວ: ສະຖານີ-ວິທະຍຸ ເມືອງ ວຽງທອງ
