ໂຄງການກໍ່ສ້າງ ຟື້ນຟູຊົນລະປະທານນ້ຳຫາວ ເມືອງ ແບງ ຄືບໜ້າ 36.50%

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ຟື້ນຟູຊົນລະ ປະທານນ້ຳຫາວ ເມືອງແບງ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ຫລື ເອດີບີ (ADB) ໄດ້ດໍາເນີນການກໍ່ສ້າງມາເປັນເວລາ 4 ເດືອນກວ່າ, ມາຮອດປັດຈຸບັນ ໂຄງການມີຄວາມຄືບໜ້າ 36,50% ໂດຍແມ່ນ ບໍລິສັດ ອະພິສິດວິສະວະກຳກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດມີ: ການກໍ່ສ້າງຫົວງານ, ປະຕູນ້ຳ, ຄອງເໝືອງ ໂດຍຈະໃຊ້ເວລາການກໍ່ສ້າງທັງໝົດ 12 ເດືອນ.

ມາໃນວັນທີ 20 ກໍລະກົດ 2022 ນີ້, ໜ່ວຍງານຄຸ້ມຄອງໂຄງການ ຄະນະກໍາມະ ການດ້ານເຕັກນິກ ແລະ ຄະນະຊີ້ນຳໂຄງການຂັ້ນເມືອງ-ຂັ້ນແຂວງ ຈຶ່ງໄດ້ລົງກວດກາວຽກງານການກໍ່ສ້າງຟື້ນຟູຊົນລະປະທານ ຢູ່ພາກສະໜາມຕົວຈິງ ພ້ອມທັງໄດ້ເປີດກອງປະຊຸມສະຫລຸບລາຍງານຄວາມຄືບໜ້າ ແລະ ປະກອບຄຳຄິດຄຳເຫັນ ຕໍ່ກັບບັນຫາທີ່ຍັງຄົງຄ້າງ ພ້ອມທັງສະເໜີໃຫ້ຢຸດຊົ່ວຄາວ ຂອງບາງໜ້າວຽກໃນໄລຍະລະດູຝົນ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດໂຄງການກໍ່ສ້າງ ມີຄຸນນະພາບ ແລະ ສຳເລັດຕາມວັນເວລາທີ່ກຳນົດໄວ້.

ໂຄງການກໍ່ສ້າງຟື້ນຟູຊົນລະປະທານນ້ຳຫາວ ເມືອງແບງ ຖ້າກໍ່ສ້າງສຳເລັດ ຈະສາມາສະໜອງນ້ຳ ໃສ່ເນື້ອທີ່ນາປີທັງໝົດ 606 ເຮັກຕາ, ສ່ວນລະດູແລ້ງ ສາມາດສະໜອງນ້ຳໃສ່ເນື້ອທີ່ນາແຊງໄດ້ 229 ເຮັກຕາ, ເນື້ອທີ່ປູກພືດລະດູແລ້ງອື່ນໆ 250 ເຮັກຕາ ມີບ້ານທີ່ຈະໄດ້ຮັບຜົນປະໂຫຍດ ທັງໝົດ 9 ບ້ານ ແລະ ຄອບຄົວທີ່ຈະໄດ້ຮັບຜົນປະໂຫຍດ 1,123 ຄອບຄົວ.

ຂໍ້ມູນຂ່າວ: ສີຈັນ ເກດວົງສາ

error: Content is protected !!