
ຕາມຂ່າວຈາກ VOVWORLD, ເມື່ອບໍ່ດົນມານີ້, ງານມະຫາກຳ ກິລາ ເອເຊຍ (ASIAD) ຄັ້ງທີ 19 ຈະຖືກຈັດຂຶ້ນ ໃນລະຫວ່າງ ວັນທີ 23 ກັນຍາ ຈົນຮອດ ວັນທີ 8 ຕຸລາປີ 2023 ຢູ່ນະຄອນ ຫາງໂຈ ຂອງ ຈີນ.
ຂໍ້ຕົກລົງດັ່ງກ່າວ ໂດຍປະເທດ ເຈົ້າພາບຈີນ ພ້ອມດ້ວຍ ຄະນະກໍາມະການ ໂອລິມປິກ ເອເຊຍ ໄດ້ເຫັນດີ ເປັນເອກະພາບ, ພາຍ ຫລັງ ທີ່ບັນດາຝ່າຍ ກ່ຽວຂ້ອງ ປຶກສາຫາລື ມາເປັນເວລາ 2 ເດືອນ. ໃນເບື້ອງຕົ້ນ, ASIAD ຄັ້ງທີ 19 ຄາດວ່າ ຈະຈັດຂຶ້ນ ໃນເດືອນກັນຍາປີນີ້.
ເຖິງຢ່າງໃດກໍຕາມ, ວັນທີ 6 ພຶດສະພາ ຜ່ານມາ, ຄະນະກຳມະການ ໂອລິມປິກ ເອເຊຍ ໄດ້ແຈ້ງໃຫ້ ໂຈະງານ ມະຫາກຳກິລານີ້ໄວ້ ຍ້ອນສະພາບການໂລກລະບາດ ໂຄວິດ-19 ຢູ່ ຈີນ ມີການຜັນແປຢ່າງສັບສົນ.
